ໃນວັນທີ 15 ກັນຍາ 2026, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໃນໄລຍະດໍາເນີນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ໄດ້ລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM).
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໃນນາມປະທານກອງປະຊຸມສາກົນຄັ້ງນີິ້ໄດ້ຮ່ວມລົງນາມເປັນພະຍານໃນຖະແຫຼງການການເຂົ້າຮ່ວມເປັນພາຄີດັ່ງກ່າວ ແລະ ໃຫ້ກຽດຂຶ້ນກ່າວສະແດງຄວາມຊົມເຊີຍຢ່າງອົບອຸ່ນ ຕໍ່ກັບ ທ່ານ ທ່ານ ເບັນດິໂຕ ດອສ ຊານໂຕສ ເຟຼຕາສ (H.E Mr. Bendito dos Santos Freitas), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືຕີມໍແລັດສະເຕ ທີ່ໄດ້ສະແດງເຈດຈໍານົງ ແລະ ໃຫ້ຄໍາໝາຍໝັ້ນໃນການລົງນາມໃນການເຂົ້າຮ່ວມເປັນພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.

ການລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີ ຂອງປະເທດຕີມໍແລັດສະເຕ ແມ່ນຜົນສໍາເລັດຈາກຄວາມພະຍາຍາມອັນຕໍ່ເນື່ອງ ຂອງ ສປປ ລາວ ໃນຖານະປະທານ CCM ຮ່ວມກັບວົງຄະນະຍາດສາກົນ ຂົນຂວາຍໃນການລະດົມໃຫ້ມີປະເທດລັດພາຄີຂອງສົນທິສັນຍາເພີ່ມຂຶ້ນ. ໃນໄລຍະຂອງການເປັນປະທານ ສປປ ລາວ ແມ່ນໄດ້ມີການຈັດກອງປະຊຸມສໍາມະນາການຈັດຕັ້ງປະຕິບັດສົນທິສົນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ 2 ຄັ້ງ ສໍາລັບພາກພື້ນອາຊີ-ປາຊິຟິກ ທີ່ຈັດຂຶ້ນໃນວັນທີ 27-29 ພຶດສະພາ 2026 ທີ່ນະຄອນຫຼວງວຽງຈັນ ແລະ ພາກພື້ນອາຟຣິກາ ທີ່ຈັດຂຶ້ນໃນວັນທີ 04-05 ມິຖຸນາ 2026 ທີ່ນະຄອນຫຼວງອາດິສອາບາບາ, ປະເທດເອທິໂອປີ ຊຶ່ງເຫັນໄດ້ແຈ້ງວ່າ ການໂຄສະນາໃຫ້ເຫັນເຖິງຄວາມອັນຕະລາຍຂອງຜົນກະທົບຂອງລະເບີດລູກຫວ່ານ ແລະ ການພົວພັນ 2 ຝ່າຍທີ່ດີລະຫວ່າງ ສປປ ລາວ ແລະ ຕີມໍແລັດສະເຕ ແມ່ນເປັນສິ່ງທີ່ສໍາຄັນທີ່ຊຸກຍູ້ການຂະຫຍາຍສະມາຊິກໃນຄັ້ງນີ້. ການເຂົ້າເປັນພາຄີ ຂອງຕີມໍແລັດສະເຕ ໄດ້ສະແດງເຖິງຄວາມສາມັກຄີໃນຄອບຄົວອາຊຽນ ຊຶ່ງເປັນການສະແດງໃຫ້ວົງຄະນະຍາດສາກົນເຫັນວ່າ ການລົບລ້າງຜົນກະທົບທີ່ເກີດຈາກລະເບີດບໍ່ທັນແຕກແມ່ນພັນທະໜ້າທີ່ລວມຂອງທຸກປະເທດ, ທັງປະເທດທີ່ໄດ້ຮັບຜົນກະທົບ ແລະ ບໍ່ໄດ້ຮັບຜົນກະທົບ.

ການຕັດສິນໃຈ ຂອງປະເທດຕີມໍແລັດສະເຕ ຄັ້ງປະຫວັດສາດນີ້ແມ່ນເປັນບາດກ້າວທີ່ສໍາຄັນຢ່າງຍິ່ງໃນການສົ່ງເສີມການຂະຫຍາຍສະມາຊິກຂອງພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ແລະ ຈະປະກອບສ່ວນອັນສໍາຄັນໃຫ້ກັບຂະບວນການຫຼຸດຜ່ອນອາວຸດຂອງສາກົນ. ເຖິງວ່າປະເທດຕີມໍແລັດສະເຕ ຈະບໍ່ເຄີຍຮັບຜົນກະທົບໂດຍກົງຈາກລະເບີດລູກຫວ່ານກໍຕາມ, ແຕ່ ປະເທດຕີມໍແລັດສະເຕ ໄດ້ເລືອກທີ່ຈະຢືນຄຽງຂ້າງບັນດາປະເທດທີ່ໄດ້ຮັບຜົນກະທົບດັ່ງກ່າວເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຫຼັກການມະນຸດສະທໍາສາກົນ.
ຂ່າວ : ກະຊວງການຕ່າງປະເທດ

