Homeຂ່າວໜ້າໜຶ່ງເປີດຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວ ຢູ່ງານວາງສະແດງ ຈີນ-ອາຊຽນ 2026

ເປີດຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວ ຢູ່ງານວາງສະແດງ ຈີນ-ອາຊຽນ 2026

ພິທີເປີດຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວ ໃນໂອກາດແຂວງເຊກອງເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ປະຈໍາປີ 2026 ທີ່ນະຄອນໜານໜິງ ສປ ຈີນ ຈັດຂຶ້ນໃນວັນທີ 16 ກັນຍາ 2026 ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານແຫ່ງ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງເຊກອງ ສປປ ລາວ, ທ່ານ ໜຽວ ຂຸນວ້າງ ຄະນະປະຈໍາ, ປະທານກໍາມາທິການວຽກງານການເມືອງ ແລະ ກົດໝາຍ, ຄະນະພັກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ທ່ານ ຫວັງ ຈີ້ສາຍ ເລຂາທິການໃຫຍ່ CAEXPO, ຜູ້ປະກອບການ ແລະ ແຂຖືກເຊີນເຂົ້າຮ່ວມ.

ການເປີດຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວໃນຄັ້ງນີ້, ເພື່ອນໍາສະເໜີຈຸດເດັ່ນ, ທ່າແຮງດ້ານການທ່ອງທ່ຽວ, ສິນຄ້າ, ຜະລິດຕະພັນ, ວັດທະນະທໍາ ແລະ ວິຖີຊີວິດອັນເປັນເອກະລັກສະເພາະ ຂອງແຂວງເຊກອງ ໃຫ້ແກ່ຊາວຈີນ ແລະ ນານາຊາດໄດ້ຮູ້ຈັກຫຼາຍຂຶ້ນ. ພ້ອມນີ້, ຍັງເປັນໂອກາດສໍາຄັນໃນການໂຄສະນາປະຊາສໍາພັນແຂວງເຊກອງ, ສ້າງຕະຫລາດໃໝ່, ເຊື່ອມໂຍງການຄ້າ ແລະ ຊອກຫາໂອກາດຮ່ວມມືກັບຄູ່ຄ້າຈາກຈີນ ແລະ ອາຊຽນ.

ພາຍໃນຫ້ອງວາງສະແດງ ໄດ້ນໍາສະເໜີສິນຄ້າ ແລະ ຜະລິດຕະພັນຈາກແຂວງເຊກອງ, ພ້ອມດ້ວຍຮູບພາບແຫລ່ງທ່ອງທ່ຽວ, ປະເພນີວັດທະນະທໍາ, ຫັດຖະກໍາ ແລະ ສິນຄ້າພື້ນເມືອງ ອັນສະທ້ອນເຖິງສະເໜ່ຂອງແຂວງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments