ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ອາບິເກນ ແບຣດຊໍ (Abigail Bradshaw) ຜູ້ອຳນວຍການສຳນັກງານກິດຈະການສັນຍານແຫ່ງອົດສະຕຣາລີ ລະບຸວ່າ: ອົດສະຕຣາລີ ຈຳເປັນຕ້ອງມີລະບົບເຕືອນໄພລ່ວງໜ້າ ສຳລັບໄພຂົ່ມຂູ່ຈາກປັນຍາປະດິດ (AI) ເນື່ອງຈາກເອໄອອາດຈະຖືກນຳໃຊ້ເປັນເຄື່ອງມືໃນການໂຈມຕີ ໂດຍອາໄສຈັງຫວະຈາກເຕັກໂນໂລຊີລຸ້ນເກົ່າ ທີ່ໜ່ວຍງານ ພາກລັດ ແລະ ພາກທຸລະກິດ ຍັງດຳເນີນງານ.
ທ່ານ ອາບິເກນ ແບຣດຊໍ ກ່າວໃນລະຫວ່າງກອງປະຊຸມສຸດຍອດ ຢູ່ນະຄອນຫລວງແຄັນເບຣາ ວ່າ: ບັນດາອົງກອນຕ່າງໆ ຄວນໃຊ້ເອໄອ ເປັນເຄື່ອງມືໃນການປ້ອງກັນ ໃນຂະນະທີ່ໜ່ວຍງານຂ່າວລັບ ແລະ ຄວາມໝັ້ນຄົງຄວນຮ່ວມມື ກັບ ບໍລິສັດເອໄອ ເພື່ອປະເມີນຄວາມສ່ຽງລ່ວງໜ້າ. ນອກຈາກນັ້ນ, ທ່ານ ດາລິໂອ ອາໂມເດອີ (Dario Amodei) ຫົວໜ້າບໍລິສັດແອນໂທຣປິກ (Anthropic) ຍັງຮຽກຮ້ອງໃຫ້ພາກອຸດສາຫະກຳທີ່ຢຸດຈຶ້ງການພັດທະນາປັນຍາປະດິດ ພ້ອມທັງສະເໜີໃຫ້ຜູ້ປະເມີນອິດສະຫລະກວດສອບວ່າຮູບແບບຕ່າງໆ ໃນການປະຕິບັດຕາມມາດຕະການດ້ານຄວາມປອດໄພແລ້ວບໍ່.

