ກົມປ່າໄມ້, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5 ສໍາລັບອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຂັ້ນສູນກາງ ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ຄໍາເຝືອ ສິຣິວົງ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ ຈັດຂຶ້ນເພື່ອປຶກສາຫາລືການກໍານົດວິໄສທັດ ແລະ ເປົ້າໝາຍໄລຍະຍາວ ຂອງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5 ສໍາລັບອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໃຫ້ກາຍເປັນກອບຍຸດທະສາດລະດັບສູງທີ່ມີຄວາມສອດຄ່ອງ ກັບນະໂຍບາຍໄລຍະໃໝ່ ແລະ ແຜນພັດ ທະນາ ເສດຖະກິດ-ສັງຄົມ ຂອງຊາດ ກໍຄື ທ້ອງຖິ່ນ ໂດຍຜ່ານຂະບວນການປຶກສາຫາລືແບບມີສ່ວນຮ່ວມກັບຫລາຍພາກສ່ວນ ແລະ ຫລາຍລະດັບ ຈາກສູນກາງຈົນຮອດທ້ອງຖິ່ນ.

ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຫຍໍ້ ຜົນສໍາເລັດ, ບົດຮຽນທີ່ຖອດຖອນໄດ້ ແລະ ສິ່ງທ້າທາຍ ຈາກການດຳເນີນແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 4; ສ້າງຄວາມເຂົ້າໃຈ ຕໍ່ແຜນຍຸດທະສາດ ແລະ ຂະບວນການພັດທະນາ ໃນໄລຍະ 5 ແລະ ຮ່ວມກັນທົບທວນ, ປັບປຸງ ແລະ ຢັ້ງຢືນຍຸດທະສາດການສົ່ງເສີມ ແລະ ຄາດໝາຍທີ່ຈະໄດ້ຮັບ ຂອງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5. ພ້ອມນີ້, ຍັງໄດ້ແບ່ງກຸ່ມປຶກສາຫາລື 3 ຫົວຂໍ້ສໍາຄັນ ຄື: ການຄຸ້ມຄອງບໍລິຫານ (ການປະສານງານ, ການຄຸ້ມຄອງບຸກຄະລາກອນ, ຊັບສິນ, ການເງິນ); ການຄຸ້ມຄອງປົກປັກຮັກສາ(ສຶກສາສໍາຫລວດຊີວະນາໆພັນ, ປະຕິບັດກົດໝາຍ, ເຜີຍແຜ່ປູກຈິດສໍານຶກ) ແລະ ການ ພັດທະນາ ຊີວິດການເປັນຢູ່, ການທ່ອງທ່ຽວ ແລະ ປ່າໄມ້.
ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ແມ່ນ 1 ໃນ 9 ອຸທິຍານແຫ່ງຊາດ ທີ່ລັດຖະບານ ໄດ້ປະກາດສ້າງຕັ້ງຂຶ້້ນ ຕາມດໍາລັດ ສະບັບເລກທີ 36/ນຍ, ລົງວັນທີ 15 ກຸມພາ 2019, ມີເນື້ອທີ່ທັງໝົດ 427.770 ເຮັກຕາ ກວມເອົາ 2 ແຂວງ 4 ເມືອງ ຄື: ເມືອງຍົມມະລາດ, ເມືອງບົວລະພາ, ເມືອງນາກາຍ ແຂວງຄໍາມ່ວນ ແລະ ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ເປັນເຂດທີ່ມີຄວາມອຸດົມສົມບູນທາງດ້ານ ຊີວະນາໆພັນ, ຮ່ອງຮອຍປູສະນີຍະສະຖານທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ທີ່ໂດດເດັ່ນ ມີຄຸນຄ່າດ້ານການອະນຸລັກ ໃນລະດັບພາກພື້ນ ກໍຄື ສາກົນ.

