ວິທະຍຸ ໂທລະພາບສູນກາງຈີນ, ກອງປະຊຸມເວທີປຶກສາຫາລືຊ່ຽງຊ່ານ ປັກກິ່ງ ຄັ້ງທີ 13 ໄດ້ໄຂຂຶ້ນຢູ່ສູນປະຊຸມສາກົນປັກກິ່ງຂອງ ສປ ຈີນ ພາຍໃຕ້ ຫົວຂໍ້ຫລັກ “ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນເພື່ອສະຖຽນລະພາບ ແລະ ຮ່ວມກັນຊຸກຍູ້ການບໍລິຫານດ້ານຄວາມໝັ້ນຄົງ” ເຊິ່ງຈະດຳເນີນຕັ້ງແຕ່ ວັນທີ 15 ຫາ 17 ກັນຍານີ້ ໂດຍມີຜູ້ຕາງໜ້າທາງການຈາກເກືອບ 100 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ ພ້ອມດ້ວຍຜູ້ຊ່ຽວຊານ ແລະ ນັກວິຊາການຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

