ວິທະຍຸ ໂທລະພາບສູນກາງຈີນ, ນັບແຕ່ຕົ້ນປີນີ້ມາ, ການມອບສິດໃຫ້ຕ່າງປະເທດພັດທະນາ, ຜະລິດ ແລະ ຂາຍຢາປະດິດສ້າງໃໝ່ ຂອງ ສປ ຈີນ ໄດ້ເລັ່ງໄວຂຶ້ນອີກຄັ້ງ ໂດຍມີຍອດມູນຄ່າທຸລະກິດຈາກການມອບສິດໃຫ້ຕ່າງປະເທດ ຫລາຍກວ່າ 120 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 36% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຂໍ້ມູນດັ່ງກ່າວແມ່ນເປີດເຜີຍໂດຍອົງການຕິດຕາມຄຸ້ມຄອງຜະລິດຕະພັນ ທາງການແພດແຫ່ງຊາດຈີນ ໃນພິທີໄຂສັບປະດາໂຄສະນາເຜີຍແຜ່ຄວາມປອດໄພດ້ານຢາທົ່ວປະເທດຈີນປີ 2026 ທີ່ຈັດຂຶ້ນ ໃນວັນທີ 14 ກັນຍານີ້. ເຈົ້າໜ້າທີ່ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການດັ່ງກ່າວແຈ້ງໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ອົງການຕິດຕາມຄຸ້ມຄອງຜະລິດຕະພັນທາງການແພດແຫ່ງຊາດຈີນ ໄດ້ລົງເລິກດຳເນີນການປະຕິຮູບດ້ານການຕິດຕາມຄຸ້ມຄອງຢ່າງຕໍ່ເນື່ອງ, ຊຸກຍູ້ອຸດສາຫະກຳຢາຫັນປ່ຽນຈາກ “ການເຕີບໂຕ ດ້ານປະລິມານ” ໄປສູ່ “ການກ້າວກະໂດດດ້ານຄຸນນະພາບ” ແລະ ປ່ອຍພະລັງແຫ່ງການປະດິດສ້າງໃໝ່ດ້ານຢາໃນທຸກຕ່ອງໂສ້.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

