Homeຂ່າວໜ້າໜຶ່ງລັດຖະມົນຕີ ວທ ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວ

ລັດຖະມົນຕີ ວທ ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວ

ວັນທີ 15 ກັນຍາ 2026 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຕ້ອນຮັບ ຄະນະບໍລິຫານ ສະມາຄົມສຽງແຄນລາວ ນຳໂດຍ ທ່ານ ຈະເລີນ ເຍຍປາວເຮີ ອະດີດກຳມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານກິດຕິມະສັກ ສະມາຄົມສຽງແຄນລາວ ເພື່ອລາຍງານການເຄື່ອໄຫວຂອງສະມາຄົມສຽງແຄນລາວ ແລະ ຮັບການຊີ້ນຳຈາກການນຳພັກ-ລັດຂັ້ນສູງ.

ທ່ານ ຈະເລີນ ເຍຍປາວເຮີ ໄດ້ລາຍງານຈຸດປະສົງໃນການມາຢ້ຽມຢາມ ໃຫ້ທ່ານລັດຖະມົນຕີ ວທ ໄດ້ຮັບຊາບ ພາຍຫລັງທີ່ສຽງແຄນເຊື້ອຊາດລາວ ໄດ້ຮັບການຈົດທະບຽນເປັນມໍລະດົກທາງດ້ານວັດທະນະທຳນາມມະທຳ ຂອງຄົນເຊື້ອຊາດລາວ ແລະ ເປັນມໍລະດົກທາງດ້ານ ວັດ ທະນະທຳຂອງມວນມະນຸດໂລກ, ສະມາຄົມສຽງແຄນລາວ ໄດ້ສະເໜີຕໍ່ຂັ້ນເທິງ ເພື່ອຂໍອະນຸມັດນໍາໃຊ້ທີ່ດິນລັດທີ່ເໜາະສົມ ເພື່ອເປັນບ່ອນກໍ່ສ້າງຫໍພິພິທະພັນມູນເຊື້ອແຄນລາວ ເພື່ອເປັນການອະນຸລັກຮັກສາ. ແຄນ ແລະ ສຽງແຄນລາວ ແມ່ນມໍລະດົກວັດທະນະທຳອັນລໍ້າຄ່າ ຕິດພັນກັບວິຖີຊີວິດ ແລະ ວັດທະນະທຳອັນດີງາມຂອງຄົນລາວ ຊາດລາວ ເປັນຈຸດເຕົ້າໂຮມນາຍຊ່າງແຄນ ແລະ ໝໍແຄນໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເຄື່ອນໄຫວຂອງສະມາຄົມສຽງແຄນລາວ ຊຶ່ງຈະເປັນການປະກອບ ສ່ວນໃນການປົກປັກຮັກສາ ແຄນ ແລະ ສຽງແຄນລາວ ທີ່ເປັນມໍລະດົກວັດທະນະທຳອັນລໍ້າຄ່າ ຕິດພັນກັບວິຖີຊີວິດ ແລະ ວັດທະນະທຳອັນດີງາມຂອງຄົນລາວ ຊາດລາວ ຊຶ່ງໄດ້ສືບທອດກັນມາແຕ່ດຶກດຳບັນ. ການສະເໜີຂອງສະມາຄົມສຽງແຄນລາວ ເພື່ອຂໍອະນຸມັດນຳໃຊ້ທີ່ດິນລັດທີ່ເໜາະສົມ ເພື່ອເປັນບ່ອນກໍ່ສ້າງຫໍພິພິທະພັນມູນເຊື້ອແຄນລາວ ທາງກະຊວງຈະນຳໄປສະເໜີຕໍ່ຂັ້ນເທິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments