ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດກອງປະຊຸມເປີດກວ້າງ ຜ່ານຮ່າງມະຕິວ່າດ້ວຍ ບຸກທະລຸການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈິຕອນ ໃນວັນທີ 14 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ພະນັກງານຫລັກແຫລ່ງພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ແນໃສ່ເພື່ອສ້າງຄວາມເຂົ້າໃຈຮ່ວມກັນຕໍ່ຮ່າງມະຕິ, ເປີດກວ້າງລະດົມແນວຄວາມຄິດ ແລະ ຂໍ້ສະເໜີຈາກບັນດາພາກສ່ວນຕ່າງໆ ເພື່ອນໍາມາປັບປຸງໃຫ້ຮ່າງມະຕິດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ, ພ້ອມທັງກຳນົດແນວທາງ ແລະ ມາດຕະການບຸກທະລຸ ໃນການນໍາໃຊ້ວິທະ ຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ດີຈິຕອນ ໃຫ້ເປັນກຳລັງສໍາຄັນໃນການຂັບເຄື່ອນ ແລະ ສ້າງການພັດທະນາປະເທດໃຫ້ກ້າວໜ້າຢ່າງຍືນຍົງ. ກອງປະຊຸມ ໄດ້ເນັ້ນເຖິງບົດບາດຂອງວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ດີຈິຕອນ ຕ້ອງເປັນຂອດບຸກທະລຸ ແລະ ແຮງຂັບເຄື່ອນຕົ້ນຕໍຂອງການພັດທະນາ, ຄຽງຄູ່ກັບການປັບປຸງກົນໄກ-ນະໂຍບາຍ, ເພີ່ມການລົງທຶນ, ພັດທະນາພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດ, ຊຸກຍູ້ການຫັນເປັນດີຈິຕອນຢ່າງຮອບດ້ານ ທັງລັດຖະບານດີຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ, ພ້ອມທັງສົ່ງເສີມພາກວິສາຫະກິດໃຫ້ມີສ່ວນຮ່ວມໃນການຄົ້ນຄວ້າ, ປະດິດສ້າງ ແລະ ນໍາໃຊ້ເຕັກໂນໂລຊີສະໄໝໃໝ່ ໂດຍສະເພາະ ປັນຍາປະດິດ (AI). ພ້ອມກັນນັ້ນ, ຍັງຍົກໃຫ້ເຫັນວ່າຮ່າງມະຕິ ໄດ້ກຳນົດເປົ້າໝາຍເປັນ 3 ໄລຍະ ຄື: ຮອດປີ 2030 ວາງຮາກຖານໃຫ້ໜັກແໜ້ນ, ຮອດປີ 2035 ສູ້ຊົນກ້າວສູ່ປະເທດລາຍຮັບປານກາງສູງ, ຮອດປີ 2055 ສູ້ຊົນໃຫ້ປະເທດຫຍັບເຂົ້າໃກ້ກຸ່ມປະເທດລາຍຮັບສູງ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສັນຕິສຸກ ສິມມາລາວົງ ໄດ້ເນັ້ນ 5 ດ້ານສໍາຄັນ ຄື: ກຳນົດຈຸດບຸກທະລຸໃຫ້ຈະແຈ້ງ ແລະ ຈັດລໍາດັບຄວາມສໍາຄັນ, ການກຳນົດຄາດໝາຍໃຫ້ມີພື້ນຖານຂໍ້ມູນ ສາມາດວັດແທກ ແລະ ຕິດຕາມປະເມີນຜົນໄດ້, ຖືເອົາການພັດທະນາ, ດຶງດູດ ແລະ ຮັກສາບຸກຄະລາກອນຄຸນນະພາບສູງເປັນຮາກຖານ, ການຍູ້ແຮງຜັກດັນການຫັນເປັນດີຈິຕອນໃຫ້ເປັນລະບົບ ໂດຍລະບົບ ແລະ ຂໍ້ມູນ ສາມາດເຊື່ອມໂຍງ-ນໍາໃຊ້ຮ່ວມກັນໄດ້, ຮັບປະກັນຄວາມປອດໄພໄຊເບີ ແລະ ຂໍ້ມູນ ໃຫ້ຄຽງຄູ່ກັບການພັດທະນາຕັ້ງແຕ່ຂັ້ນອອກແບບ. ກອງປະຊຸມຄັ້ງນີ້, ເປັນເວທີສໍາຄັນໃນການລະດົມສະຕິປັນຍາ, ຮັບຟັງຄຳເຫັນ ແລະ ສ້າງຄວາມເປັນເອກະພາບ ເພື່ອປັບປຸງຮ່າງມະຕິໃຫ້ສາມາດຜັນຂະຫຍາຍສູ່ການປະຕິບັດ ແລະ ສ້າງຜົນປະໂຫຍດຢ່າງເປັນຮູບປະທຳ.

