Homeຂ່າວພາຍໃນບໍ່ແກ້ວ-ດຽນບຽນ ພົບປະແລກປ່ຽນບົດຮຽນ ຮ່ວມມືດ້ານການທ່ອງທ່ຽວ ແລະ ເຊື່ອມໂຍງເສັ້ນທາງລາວ-ຫວຽດນາມ-ໄທ

ບໍ່ແກ້ວ-ດຽນບຽນ ພົບປະແລກປ່ຽນບົດຮຽນ ຮ່ວມມືດ້ານການທ່ອງທ່ຽວ ແລະ ເຊື່ອມໂຍງເສັ້ນທາງລາວ-ຫວຽດນາມ-ໄທ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ການພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນ ແຂວງບໍ່ແກ້ວ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ເພື່ອເພີ່ມທະວີຄວາມຮ່ວມມືໃນການພັດທະນາອຸດສາຫະກຳການທ່ອງທ່ຽວ ແລະ ການເຊື່ອມໂຍງເສັ້ນທາງການທ່ອງທ່ຽວທາງບົກ ລະຫວ່າງ ລາວ, ຫວຽດນາມ ແລະ ໄທ ໃນວັນທີ 16 ກັນຍາ 2026 ທີ່ແຂວງບໍ່ແກ້ວ ໂດຍມີທ່ານ ຄຳແສງ ສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ທ່ານ ນາງ ກາວ ທິຕວຽດ ລານ ຮອງປະທານຜູ້ປະຈຳການສະພາປະຊາຊົນແຂວງດຽນບຽນ ແລະ ພາກສວນທີ່ກ່ຽວຂ້ອງຂອງສອງຝ່ານເຂົ້າຮ່ວມ.

ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້, ທັງສອງຝ່າຍໄດ້ລາຍງານສະພາບລວມ, ຈຸດທີ່ຕັ້ງ ແລະ ທ່າແຮງຂອງການທ່ອງທ່ຽວ, ການຄຸ້ມຄອງ, ການພັດທະນາ ແລະ ການສົ່ງເສີມແຫລ່ງທ່ອງທ່ຽວ ຂອງແຕ່ລະແຂວງ, ການຍົກລະດັບມາດຕະຖານການບໍລິການ, ເພື່ອເປັນບ່ອນອີງໃນການສ້າງ ແລະ ເຊື່ອມໂຍງເສັ້ນທາງຄົມມະນາຄົມທາງບົກ ລະຫວ່າງ ລາວ-ຫວຽດນາມ-ໄທ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການເດີນທາງຂອງນັກທ່ອງທ່ຽວຂ້າມແດນ, ຊຶ່ງທັງສອງຝ່າຍໄດ້ເຫັນດີຮ່ວມມືກັນສ້າງເງື່ອນໄຂໃຫ້ມີກິດຈະກຳກ່ຽວກັບການທ່ອງທ່ຽວ ຂອງຜູ້ປະກອບການທຸລະກິດທ່ອງທ່ຽວ ລາວ-ຫວຽດນາມ ໃຫ້ມີການເຊື່ອມໂຍງເສັ້ນທາງຕໍ່ໄປຫາ ປະເທດໄທ ແລະ ເປັນເຈົ້າການເພີ່ມການແລກປ່ຽນຂໍ້ມູນຂ່າວສານດ້ານວັດທະນະທຳ ແລະ ການທ່ອງທ່ຽວ ເພື່ອຮ່ວມກັນໂຄສະນາເຜີຍແຜ່ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ, ຈັດໃຫ້ມີການພົບປະແລກປ່ຽນບົດຮຽນ ແລະ ປະສົບການວິຊາການ ລະຫວ່າງ ພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ (ລາວ) ແລະ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງດຽນບຽນ (ຫວຽດນາມ) ໂດຍຜັດປ່ຽນກັນເປັນເຈົ້າພາບ ແລະ ອຳນວຍຄວາມສະດວກໃຫ້ກັນ ແລະ ກັນໃນທຸກດ້ານ ເພື່ອການສົ່ງເສີມການທ່ອງທ່ຽວຮ່ວມກັນ, ດຶງດູດນັກທ່ອງທ່ຽວພາກພື້ນ ແລະ ສາກົນ ໃຫ້ເຂົ້າມາທ່ຽວຊົມຫລາຍຂຶ້ນ.

ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້, ຖືເປັນກ້າວສຳຄັນ ໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ແຂວງບໍ່ແກ້ວ ແລະ ແຂວງດຽນບຽນ, ທັງເປັນການເປີດໂອກາດໃໝ່ ໃນການຂະຫຍາຍຕົວຂອງອຸດສາຫະກຳການທ່ອງທ່ຽວ ໃນພາກພື້ນ ລາວ-ຫວຽດນາມ-ໄທ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.

ຂ່າວ: ສາຍສະໝອນ ແກ້ວວິສິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments