ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ນານາຊາດ ປະຈຳລາວ ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກຳ 6 ເດືອນ 2026 ແລະ ວາງແຜນການຈັດຕັ້ງປະຕິບັດກິດຈະກຳ 6 ເດືອນຕໍ່ໜ້າ ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ຢູ່ໃນລາວ ຫຼື ແຄມຊິວ ຈັດຂຶ້ນໃນຕອນເຊົ້າວັນທີ 15 ກັນຍາ 2026 ທີ່ໂຮງແຮມຄຣາວ ພລາຊ່າ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ທ່ານນາງ ບົວຄຳ ດວງປັນຍາ, ຫົວໜ້າໂຄງການ GAMCIL, ມີບັນດາຜູ້ຕາງໜ້າກະຊວງ, ແຂວງ, ເມືອງ, ອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ເພື່ອລາຍງານຜົນສຳເລັດການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການໃນໄລຍະ 6 ເດືອນນັບແຕ່ເດືອນມີນາ – ສີງຫາ 2026, ປຶກສາຫາລືກ່ຽວກັບສິ່ງທ້າທາຍການຈັດຕັ້ງປະຕິບັດກິດຈະກຳໃນແຕ່ລະພື້ນທີ່ເປົ້າໝາຍຂອງໂຄງການ ແລະ ຮ່ວມກັນວາງແຜນກິດຈະກຳໃນອີກ 6 ເດືອນຕໍ່ໜ້າ ນັບແຕ່ເດືອນກັນຍາ 2026 – ກຸມພາ 2027 ໃຫ້ບັນລຸສໍາເລັດຕາມຈຸດປະສົງ ແລະ ໄລຍະເວລາທີ່ກຳນົດໄວ້.

ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງຄວາມເປັນມາຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວລາວ, ຮັບຟັງຜົນການຈັດຕັ້ງປະຕິບັດກິດຈະກໍາໄລຍະ 6 ເດືອນ ນັບແຕ່ເດືອນມີນາ ຫາ ສິງຫາ 2026, ສະເໜີແຜນກິດຈະກໍາໃນ 6 ຕໍ່ໜ້ານັບແຕ່ເດືອນກັນຍາ 2026 ຫາ ກຸມພາ 2027, ຊົມວີດີໂອຜົນງານທີ່ພົ້ນເດັ່ນການຈັດຕັ້ງປະຕີບັດກິດຈະກໍາໂຄງການ, ປຶກສາຫາລືປະກອບຄໍາຄິດຄໍາເຫັນເພື່ອວາງທິດທາງແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ເປັນຮູບປະທໍາ, ມີປະສິດທິພາບ ແລະ ປະສິດທິຜົນ.

