ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ຄະນະບໍລິຫານ ສະມາຄົມສຽງແຄນລາວ ຊຶ່ງນຳໂດຍ ທ່ານ ຈະເລີນ ເຢຍປາວເຮີ ອະດີດກຳມະການສູນກາງພັກ ອະດີດຮອງປະທານສະພາແຫ່ງຊາດ ປະທານກິດຕິມະສັກ ສະມາຄົມສຽງແຄນລາວ ໃນວັນທີ 14 ກັນຍານີ້ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອລາຍງານການເຄື່ອໄຫວຂອງສະມາຄົມສຽງແຄນລາວ ແລະ ເພື່ອຮັບການຊີ້ນຳຈາກການນຳພັກ-ລັດ.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ຈະເລີນ ເຢຍປາວເຮີ ພ້ອມຄະນະ ທີ່ເຂົ້າມາຢ້ຽມຂໍ່ານັບພົບປະ ແລະ ຂໍການຊີ້ນຳໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນໃນການປົກປັກຮັກສາ ແຄນ ແລະ ສຽງແຄນລາວ ແມ່ນມໍຣະດົກວັດທະນະທຳອັນລໍ້າຄ່າ ຕິດພັນກັບວິຖີຊີວິດ ແລະ ວັດທະນະທຳອັນດີງາມຂອງຄົນລາວຊາດລາວ ຊຶ່ງໄດ້ສືບທອດກັນມາແຕ່ດຶກດຳບັນ.

ທ່ານ ຈະເລີນ ເຢຍປາວເຮີ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມນີ້, ໄດ້ລາຍງານຈຸດປະສົງພາຍຫຼັງທີ່ສຽງແຄນເຊື້ອຊາດລາວ ໄດ້ຮັບການຈົດທະບຽນເປັນມໍຣະດົກທາງດ້ານວັດທະນະທຳນາມມະທຳຂອງຄົນເຊື້ອຊາດລາວ ແລະ ເປັນມໍຣະດົກທາງດ້ານວັດທະນະທຳຂອງມວນມະນຸດໂລກ ສະມາຄົມສຽງແຄນລາວ ໃຫ້ທ່ານນາຍົກຮັບຊາບ ແລະ ໄດ້ສະເໜີຕໍ່ຂັ້ນເທິງ ເພື່ອຂໍອະນຸມັດນຳໃຊ້ທີ່ດິນລັດທີ່ເໝາະສົມ ເພື່ອເປັນບ່ອນກໍ່ສ້າງຫໍພິພິທະພັນມູນເຊື້ອແຄນລາວ.

