Homeຂ່າວໜ້າໜຶ່ງຫຼາຍພາກສ່ວນສະໜັບສະໜູນກອງປະຊຸມ 3RC-CCM ລວມມູນຄ່າເກືອບ 7 ຕື້ກີບ

ຫຼາຍພາກສ່ວນສະໜັບສະໜູນກອງປະຊຸມ 3RC-CCM ລວມມູນຄ່າເກືອບ 7 ຕື້ກີບ

ໃນວັນທີ 14 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ໄດ້ຮັບທຶນສະໜັບສະໜູນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຈາກບັນດາບໍລິສັດ ລວມມູນຄ່າເກືອບ 7 ຕື້ກີບ.

ຊຶ່ງປະກອບມີ: ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ແລະ ທະນາຄານສົ່ງເສີມກະສິກຳ ຈຳກັດ 2.3 ຕື້ກີບ, ບໍລິສັດຈະເລີນເຊກອງພະລັງງານຈຳກັດ 2.2 ຕື້ກວ່າກີບ, ບໍລິິສັດວີເອັສ ແອັດເວີທາຍ ຈຳກັດຜູ້ດຽວ 1.7 ຕື້ກວ່າກີບ, ກຸ່ມບໍລິສັດລາວໂທລະຄົມມະນາຄົມ 450 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ 100 ລ້ານກີບ, ບໍລິສັດເອສເອັມພີທີ່ປຶກສາ 100 ລ້ານກີບ, ບໍລິສັດເບຍລາວ 80 ລ້ານກີບ, ບໍລິສັດກາເຟມີລາໂຄ 50 ລ້ານກີບ ແລະ ກຸ່ມບໍລິສັດດາວເຮືອງສະໜັບສະໜູນກາເຟ ແລະ ນໍ້າດື່ມ ລວມມູນຄ່າ 9 ລ້ານກວ່າກີບ.

ໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ບັນດາບໍລິສັດ ທີ່ເຫັນໄດ້ຄວາມສຳຄັນນຳເອົາເງິນ ແລະ ເຄື່ອງດື່ມດັ່ງກ່າວມາມອບໃຫ້ໃນຄັ້ງນີ້, ພ້ອມທັງຢືນຢັນວ່າຈະນຳເອົາເງິນ ແລະ ເຄື່ອງດື່ມທີ່ໄດ້ຮັບໃນຄັ້ງນີ້ໄປໝູນໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ກໍຄື ນຳໃຊ້ເຂົ້າໃນວຽກງານຕ່າງໆ ທີ່ປິ່ນອ້ອມໃນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍລະເບີດລູກຫວ່ານ ຮອບວຽນທີ 3 ທີ່ ສປປ ລາວໄດ້ຮັບກຽດເປັນເຈົ້າພາບ ໃຫ້ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments