ກຸ່ມບໍລິສັດລາວໂທລະຄົມ ອຳນວຍຄວາມສະດວກດ້ານລະບົບໂທລະຄົມມະນາຄົມ, ອິນເຕີເນັດຄວາມໄວສູງ ເພື່ອຮອງຮັບການເຄື່ອນໄຫວວຽກງານຂອງຄະນະຜູ້ແທນ, ແຂກຂັ້ນສູງທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີປະສິດທິພາບ ພ້ອມຮ່ວມວາງສະແດງຜະລິດຕະພັນ ແລະ ສະໜັບສະໜູນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3rd Review Conference of the Convention on Cluster Munitions – 3RC-CCM) ນຳໂດຍທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ. ໃນໂອກາດນີ້, ກຸ່ມບໍລິສັດ ລາວໂທລະຄົມ ໄດ້ຮ່ວມສະໜັບສະໜູນກອງປະຊຸມລວມເປັນມູນຄ່າຈຳນວນ 450,000,000 ກີບ, ເປັນກຽດຮັບໂດຍທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍມີຄະນະຜູ້ແທນຈາກລັດພາຄີສົນທິສັນຍາ CCM, ອົງການຈັດຕັ້ງສາກົນ ແລະ ຜູ້ເຂົ້າຮ່ວມທັງພາຍໃນ ແລະ ຕ່າງປະເທດກວ່າ 1,000 ຄົນ.
ກຸ່ມບໍລິສັດ ລາວໂທລະຄົມ ຜູ້ໃຫ້ບໍລິການທາງດ້ານໂທລະຄົມ ໄດ້ໃຫ້ບໍລິການ Tourist data sim/eSIM ໃຫ້ແຂກຕ່າງເທດ ເພື່ອອຳນວຍຄວາມສະດວກໃນການຕິດຕໍ່ສື່ສານ ແລະ ບໍລິການອື່ນໆ
ກຸ່ມບໍລິສັດ ລາວໂທລະຄົມ ຮູ້ສຶກພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການໃຫ້ບໍລິການ ແລະ ອຳນວຍຄວາມສະດວກໃນການສື່ສານໃຫ້ກອງປະຊຸມໃນຄັ້ງນີ້.
ແຫຼ່ງຂ່າວ: ກົມສື່ມວນຊົນ ປກສ

