Homeຂ່າວຕ່າງປະເທດຫວຽດນາມ ແລະ ເອທິໂອປີ ພັດທະນາການພົວພັນຮ່ວມມືຮອບດ້ານ

ຫວຽດນາມ ແລະ ເອທິໂອປີ ພັດທະນາການພົວພັນຮ່ວມມືຮອບດ້ານ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ກັນຍາ ຜ່ານມາວ່າ: ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຄັ້ງທີ 18, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ ອາບີ ອາເໝັດ ອາລີນາຍົກລັດຖະມົນຕີເອທິໂອປີ.

ໃນການພົບປະ, ທ່ານນາຍົກລັດຖະມົນຕີຫວຽດນາມຖືເອທິໂອປີເປັນຄູ່ຮ່ວມມືສຳຄັນຢູ່ ອາຟຣິກາ, ສະເໜີສອງຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຊຸກຍູ້ການແລກປ່ຽນຄະນະຜູ້ແທນເພື່ອຊອກຫາກາລະໂອກາດຮ່ວມມືທາງການຄ້າ, ການລົງທຶນ, ດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີເອທິໂອປີຢັ້ງຢືນວ່າ, ຖືຫວຽດນາມເປັນຄູ່ຮ່ວມມືບຸລິມະສິດ ແລະ ປາຖະໜາຢາກພັດທະນາການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງສອງປະເທດ, ປາຖະໜາຢາກໃຫ້ບັນດາວິສາຫະກິດ ຫວຽດນາມ ເພີ່ມທະວີການລົງທຶນ, ດຳເນີນທຸລະກິດຢູ່ເອທິໂອປີ ເປັນຕົ້ນແມ່ນໃນບັນດາຂົງເຂດກະສິກຳ, ອຸດສາຫະກຳປຸງແຕ່ງ, ເຕັກໂນໂລຊີ ແລະ ປັນຍາປະດິດ; ລັດຖະບານເອທິໂອປີຢັ້ງຢືນຈະສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments