Homeຂ່າວຕ່າງປະເທດກຳປູເຈຍ - ມຽນມາ ຮ່ວມມືກັນຕ້ານອາຊະຍາກຳຂ້າມຊາດ

ກຳປູເຈຍ – ມຽນມາ ຮ່ວມມືກັນຕ້ານອາຊະຍາກຳຂ້າມຊາດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 14 ກັນຍາ ຜ່ານມາວ່າ: ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນຂອງກຳປູເຈຍ ໄດ້ປະກາດໃນວັນທີ 13 ກັນຍາ ຜ່ານມາວ່າ, ກຳປູເຈຍ ແລະ ມຽນມາ ຈະເພີ່ມທະວີຄວາມພະຍາຍາມໃນການຕ້ານອາຊະຍາກຳຂ້າມຊາຍແດນ ແລະ ການສໍ້ໂກງທາງໄຊເບີ ຫຼັງຈາກການຢ້ຽມຢາມກຳປູເຈຍຢ່າງເປັນທາງການຂອງ ທ່ານ ມິນອອງລາຍ ປະທານາທິບໍດີ ມຽນມາ ໃນລະຫວ່າງວັນທີ 11-12 ກັນຍາ ຜ່ານມາ.

ກະຊວງດັ່ງກ່າວລະບຸວ່າ: ຄະນະຜູ້ນຳໄດ້ຮັບຮູ້ເຖິງສິ່ງທ້າທາຍໃນພາກພື້ນທີ່ສັບສົນ ຊຶ່ງເກີດຈາກອາຊະຍາກຳຂ້າມຊາດ ລວມທັງການສໍ້ໂກງທາງອອນລາຍ ແລະ ເນັ້ນໜັກເຖິງຄວາມຈຳເປັນທີ່ຈະຕ້ອງເພີ່ມທະວີຄວາມພະຍາຍາມໃນການຕ້ານອາຊະຍາກຳເຫຼົ່ານີ້, ແບ່ງປັນຂໍ້ມູນຢ່າງທັນການ, ເພີ່ມທະວີການສະໜັບສະໜູນການປ້ອງກັນ, ການບັງຄັບໃຊ້ກົດໝາຍ ແລະ ຊ່ວຍເຫຼືອຜູ້ເຄາະຮ້າຍ.

ນອກຈາກນັ້ນ, ກຳປູເຈຍ ແລະ ມຽນມາ ໄດ້ຕົກລົງທີ່ຈະເສີມສ້າງສາຍພົວພັນ ແລະ ການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ເພື່ອປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງທົ່ວທັງພາກພື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments