Homeຂ່າວພາຍໃນກອງປະຊຸມສະພາບໍລິຫານ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ

ກອງປະຊຸມສະພາບໍລິຫານ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ

ເມື່ອບໍ່ດົນມານີ້ ທີ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ໄດ້ເປີດກອງປະຊຸມສະພາບໍລິຫານສະໄໝສາມັນ ຄັ້ງທີ I ປະຈໍາ 2026 ຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ປະທານສະພາບໍລິຫານກອງທຶນ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານສະພາບໍລິຫານ ທັງເປັນຜູ້ປະຈໍາການ ຄະນະສະພາບໍລິຫານ, ມີຕາງໜ້າຈາກກະຊວງການເງິນ, ຈາກກະຊວງ ອຸດສະຫະກໍາ ແລະ ການຄ້າ, ປະທານສະມາຄົມໄອຊີທີ ແລະ ດີຈີຕອນລາວ, ຄະນະສະພາບໍລິຫານ ແລະ ບັນດາຄະນະສະພາບໍລິຫານກອງທຶນ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເປີດຂຶ້ນຕາມແຜນການດໍາເນີນງານຂອງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ເພື່ອພິຈາລະນາຮັບຮອງເອົາ ບົດສະຫຼຸບຜົນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2026 ເປັນຕົ້ນການຈັດເກັບລາຍຮັບ-ການຄຸ້ມຄອງລາຍຈ່າຍ ຂອງກອງທຶນ; ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາການສະໜອງທຶນໃຫ້ແກ່ການພັດທະນາພື້ນຖານໂຄງລ່າງໂທລະຄົມ ແລະ ດີຈີຕອນ ທີ່ເປັນພື້ນຖານສໍາຄັນປະກອບສ່ວນເຂົ້າໃນການລຶບລ້າງຄວາມທຸກຍາກ ແລະ ການຫັນເປັນດີຈີຕອນຂອງປະເທດ ເຊັ່ນ: ການຂະຫຍາຍສັນຍານໂທລະຄົມມະນາຄົມ ແລະ ອິນເຕີເນັດ ໄປເຂດຕາແສງ ແລະ ບ້ານ ທີ່ຍັງບໍ່ມີສັນຍານໂທລະຄົມມະນາຄົມ ແລະ ອິນເຕີເນັດ ຈຳນວນ 173 ສະຖານີ; ສະໜອງອຸປະກອນລະບົບລວມສູນສາຍດ່ວນຮັບແຈ້ງເຫດ 1533 ເພື່ອຮັບໃຊ້ວຽກງານຕ້ານການຫຼວກລວງຜ່ານທາງອອນລາຍ; ຂະຫຍາຍການນໍາໃຊ້ລະບົບຫ້ອງການທັນສະໄໝ (E-office); ໂຄງການປັບປຸງ ແລະ ຂະຫຍາຍລະບົບການສື່ສານພາກລັດ (G-Chat); ການປັບປຸງ ແລະ ຂະຫຍາຍລາຍເຊັນບັນຊີຜູ້ຊົມໃຊ້ຈົດໝາຍເອເລັກໂຕຼນິກ ຂອງລັດຖະບານ (Email) ໃຫ້ແກ່ຫ້ອງການ ພັກ-ລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ; ໂຄງການປັບປຸງປ່ຽນຖ່າຍອຸປະກອນກວດກາຄື້ນຄວາມຖີ່ວິທະຍຸສື່ສານ; ນອກຈາກນີ້ກໍຍັງໄດ້ສະໜອງໃຫ້ແກ່ການຈັດກອງປະຊຸມການຫັນເປັນດີຈີຕອນ ຂອງ ສປປ ລາວ ປີ 2026 (Digital Forum) ແລະ ການແຂ່ງຂັນທາງດ້ານດີຈີຕອນ (Digital Award 2026); ແຜນການເຄື່ອນໄຫວວຽກ ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ; ແຜນເຄື່ອນໄຫວວຽກຂອງຄະນະຫັນເປັນດີຈີຕອນ ແລະ ອື່ນໆ.

ໃນກອງປະຊຸມບັນດາທ່ານຄະນະສະພາບໍລິຫານມີຄວາມເປັນເອກະພາບສູງ ແລະ ໃຫ້ຄວາມເອົາ ໃຈໃສ່ໃນການປະກອບຄໍາເຫັນຕໍ່ການເຄື່ອນໄຫວ ຂອງກອງທຶນ ເພື່ອຊີ້ນໍາໃຫ້ກອງເລຂາກອງທຶນ ດໍາເນີນວຽກງານຕາມແຜນການທີ່ວາງໄວ້ ແລະ ສຸມສະຕິປັນຍາ ເພື່ອຊອກຫາແຫຼ່ງທຶນມາພັດທະນາວຽກງານການຫັນເປັນດີຈີຕອນຂອງປະເທດ.

(ແຫຼ່ງຂ່າວ: ຂ່າວສານເຕັກໂນໂລຊີ ແລະ ການສື່ສານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments