ທ່າມກາງສະພາບອາກາດຟ້າບົດ, ມີຝົນຟອຍບາງເວລາຢູ່ນະຄອນຫລວງວຽງຈັນ ໃນວັນທີ 14 ກັນຍາ 2026 ຊຶ່ງເປັນມື້ທີ່ ສປປ ລາວເຮົາ ເປັນເຈົ້າພາບກອງປະຊຸມທົບທວນການຈັດຕັ້ງປະຕິບັດສົນ ທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຢູ່ຫໍປະຊຸມແຫ່ງຊາດຫລັກ 6 ດ້ວຍບັນຍາກາດຟົດຟຶ້ນ, ມີຄວາມໝາຍຢ່າງເລິກເຊິ່ງ ແລະ ເຕັມໄປດ້ວຍຄວາມຮ່ວມມືຢ່າງເຄັ່ງຮ້ອນ. ໃນເວລາ 7:30-8:00 ໂມງ, ບັນດາຜູ້ຕາງໜ້າຈາກຫລາຍປະເທດ, ປະເທດສັງເກດການ, ອົງການຈັດຕັ້ງສາກົນໄດ້ທະຍ່ອຍເຂົ້າມາຫໍປະຊຸມແຫ່ງຊາດ ເພື່ອຈຸດປະສົງດຽວກັນ “ໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ.” ບັນຍາກາດພາຍໃນຫ້ອງປະຊຸມກໍໄດ້ມີພິທີຕ້ອນຮັບ, ສາຍວິດີໂອການກັບຄືນສູ່ບ້ານຂອງ CCM, ການສະແດງສິລປະພື້ນເມືອງລາວ, ສຽງຈາກຜູ້ເຄາະຮ້າຍ ຊຶ່ງຈຸດທີ່ປະທັບໃຈ ແລະ ດຶງດູດຄວາມສົນໃຈຫລາຍທີ່ສຸດແມ່ນການເປີດໂອກາດໃຫ້ຜູ້ລອດຊີວິດຈາກໄພລະເບີດໄດ້ຂຶ້ນເວທີສະແດງທັດສະນະອັນໄດ້ສ້າງຄວາມຊາບຊຶ້ງ ແລະ ເປັນແຮງຊຸກດັນໃຫ້ທຸກໆຝ່າຍເພີ່ມທະວີຄວາມພະຍາຍາມ.

ຫລັງຈາກນັ້ນກອງປະຊຸມກໍໄດ້ເລີ່ມຢ່າງເປັນທາງການຕາມວາລະບັນຍາກາດໃນຫ້ອງປະຊຸມໃຫຍ່ເຕັມໄປດ້ວຍຄວາມຕັ້ງໃຈຈາກແຕ່ລະຄະນະ ພາຍຫລັງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວເປີດພິທີຢ່າງເປັນທາງການ ໂດຍໄດ້ຜັດປ່ຽນກັນຂຶ້ນລາຍງານຜົນເກັບກູ້ລະເບີດ, ການຈັດຕັ້ງປະຕິບັດແຜນງານໃນໄລຍະຜ່ານມາດ້ວຍຄວາມຮັບຜິດຊອບສູງເພື່ອເຮັດໃຫ້ຜົນກອງປະຊຸມໄດ້ມີຜົນສຳເລັດຕາມລະດັບຄາດໝາຍວາງໄວ້. ນອກຈາກນີ້, ຢູ່ດ້ານນອກຫ້ອງປະຊຸມ ກໍໄດ້ມີການຕັ້ງບູດວາງສະແດງເພື່ອໃຫ້ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ທ່ຽວຊົມອັນໄດ້ດຶງດູດຄວາມສົນໃຈຈາກຜູ້ເຂົ້າຮ່ວມບໍ່ໜ້ອຍ. ໃນນັ້ນ, ໄດ້ມີການຈັດວາງສະແດງຊາກລະເບີດລູກຫວ່ານທີ່ຖືກທຳລາຍໃຫ້ປອດໄພແລ້ວ, ອຸປະກອນການເກັບກູ້ລະເບີດທີ່ທັນສະໄໝ, ພ້ອມທັງແຜ່ນປ້າຍຮູບພາບ ປະຫວັດສາດ ແລະ ຜົນກະທົບຈາກລະເບີດ ເພື່ອໃຫ້ຜູ້ແທນສາກົນໄດ້ສຳຜັດ ແລະ ເຂົ້າໃຈເຖິງຄວາມຮຸນແຮງຂອງໄພຂົ່ມຂູ່ທີ່ປະຊາຊົນຕ້ອງຜະເຊີນ.

ນອກຈາກນີ້, ຍັງມີຫ້ອງວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຕ່ຳຫູກທໍ່ໄໝຂອງຄົນພິການໄດ້ຮັບຄວາມສົນໃຈຢ່າງຫລວງຫລາຍ, ອາຫານພື້ນເມືອງລາວ, ຜະລິດຕະພັນກາເຟລາວ ແລະ ອື່ນໆ. ພ້ອມນັ້ນ ຍັງມີຜົນງານຫັດຖະກຳມື ແລະ ຜະລິດຕະພັນພື້ນເມືອງ ທີ່ປະດິດໂດຍຜູ້ເຄາະຮ້າຍມາເຜີຍແຜ່ ແລະ ວາງຈຳໜ່າຍເພື່ອລະດົມທຶນເຂົ້າໃນການຟື້ນຟູຮ່າງກາຍ ແລະ ພັດທະນາອາຊີບຂອງເຂົາເຈົ້າ. ພື້ນທີ່ພາຍນອກໄດ້ກາຍເປັນບ່ອນພົບປະແລກປ່ຽນຄວາມຄິດເຫັນແບບບໍ່ເປັນທາງການລະຫວ່າງຜູ້ແທນຈາກຕ່າງປະເທດ, ເຈົ້າໜ້າທີ່ເກັບກູ້ລະເບີດ ແລະ ຊາວບ້ານ, ສ້າງຮູບພາບຄວາມສາມັກຄີທີ່ອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດ.

ແນວໃດກໍດີກອງປະຊຸມຄັ້ງນີ້, ນຳເອົາຫລາຍບັນຫາມາຄົ້ນຄວ້າ ແລະ ຮັບຮອງເອົາ. ອັນພົ້ນເດັ່ນແມ່ນຢ້ຳຄືນຄວາມພະຍາຍາມ ທີ່ຈະຢຸດຕິໄພຂົ່ມຂູ່ທີ່ເກີດຈາກລະເບີດລູກຫວ່ານຢ່າງຖາວອນ; ທົບທວນສະຖານະ ແລະ ການຈັດຕັ້ງປະຕິບັດສົນທິສັນຍາ ແລະ ບັນຫາອື່ນໆ ທີ່ມີຄວາມສຳຄັນຕໍ່ການບັນລຸຈຸດປະສົງຂອງສົນທິສັນຍາ; ການເກັບກູ້ ແລະ ທຳລາຍລະເບີດລູກຫວ່ານທີ່ຕົກຄ້າງ; ການໂຄສະນາເພື່ອຫລຸດຜ່ອນຄວາມສ່ຽງໄພ; ການຊ່ວຍເຫລືອຜູ້ເຄາະຮ້າຍ; ການຮ່ວມມື ແລະ ການຊ່ວຍເຫລືອສາກົນ ແລະ ບັນດາສຳຄັນອື່ນໆ.

