ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຕອນເຊົ້າວັນທີ 13 ກັນຍາ ນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດບຣິກສ ຄັ້ງທີ 18 ໄລຍະທີສອງ ທີ່ຈັດຂຶ້ນຢູ່ນະຄອນຫລວງນິວແດນລີ ປະເທດອິນເດຍ ແລະ ກ່າວຄຳປາໄສສຳຄັນພາຍໃຕ້ຫົວຂໍ້ “ສ້າງພື້ນຖານທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືບຣິກສ ແລະ ເຮັດໃຫ້ກຳລັງເຂດໂລກໃຕ້ເຕີບໃຫຍ່ຂະຫຍາຍຕົວ”.
ທ່ານ ສີຈິ້ນຜິງ ກ່າວວ່າ: ປັດຈຸບັນ, ການປ່ຽນແປງຮອບຮ້ອຍປີຂອງໂລກພວມເລັ່ງລັດໄວຂຶ້ນ, ບັນດາປະເທດເຂດໂລກໃຕ້ ໄດ້ພັດທະນາກ້າວກະໂດດຂຶ້ນ ເຊິ່ງກາຍເປັນກຳລັງຂັບເຄື່ອນສຳຄັນໃນການຊຸກຍູ້ຂະບວນການຫລາຍຂົ້ວຂອງໂລກ. ໃນຂະນະດຽວກັນ, ສະຖານະການສາກົນ ປ່ຽນແປງເລື້ອຍໆ ແລະ ມີຄວາມສະຫລັບສັບຊ້ອນ, ຄວາມສ່ຽງ ແລະ ສິ່ງທ້າຍທາຍຕ່າງໆເກີດຂຶ້ນເລື້ອຍໆ. ຢາກເຮັດໃຫ້ໂລກມີສະຖຽນລະພາບດີຂຶ້ນ, ປະເທດສະມາຊິກບຣິກສ ຕ້ອງກຳຄວາມເປັນເຈົ້າການທາງປະຫວັດສາດ, ສາມັກຄີກັບບັນດາປະເທດເຂດໂລກໃຕ້, ເສີມຂະຫຍາຍບົດບາດທີ່ຕັ້ງໜ້າ, ໝັ້ນທ່ຽງ ແລະ ສ້າງສັນໃນວຽກງານສາກົນ ພ້ອມທັງເພີ່ມຄວາມຜາສຸກຮ່ວມໃຫ້ແກ່ມວນມະນຸດ.

ທ່ານ ສີຈິ້ນຜິງ ໄດ້ສະເໜີຂໍ້ສະເໜີ 5 ຂໍ້ໃຫ້ແກ່ການລົງເລິກການຮ່ວມມືບຣິກສ ຄື: ໜຶ່ງ ແມ່ນຂໍ້ສະເໜີ ສ້າງຜົນປະໂຫຍດໃຫ້ທົ່ວເຖິງໃນດ້ານປັນຍາປະດິດແບບເປີດ, ສອງ ແມ່ນຂໍ້ສະເໜີ ອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ສາມ ແມ່ນຂໍ້ສະເໜີ ການຮ່ວມມືດ້ານອຸດສາຫະກຳດີຈີຕອນ, ສີ່ ແມ່ນຂໍ້ສະເໜີ ການຮ່ວມມືດ້ານການຜະລິດອັດສະລິຍະ ແລະ ຫ້າ ແມ່ນຂໍ້ສະເໜີ ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານວິທະຍາສາດເຕັກໂນໂລຊີ.
ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ປີນີ້ແມ່ນປີທຳອິດທີ່ຈີນ ເລີ່ມປະຕິບັດ “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15”. “ແຜນພັດທະນາ” ດັ່ງກ່າວບໍ່ພຽງແຕ່ແມ່ນແຜນຜັງດ້ານການພັດທະນາຂອງຈີນ ເອງເທົ່ານັ້ນ, ຍັງແມ່ນບັນຊີລາຍຊື່ດ້ານການຮ່ວມມືກັບໂລກອີກດ້ວຍ. ຈີນ ຈະສືບຕໍ່ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ຮ່ວມກັນຊົມໃຊ້ໂອກາດ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນກັບປະເທດຕ່າງໆໃນໂລກ ພ້ອມທັງຮ່ວມກັນຂຽນປະຫວັດສາດໜ້າໃໝ່ແຫ່ງຄວາມສາມັກຄີ ແລະ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງເຂດໂລກໃຕ້.

