ຊາວໜຸ່ມລາວເຂົ້າຮ່ວມໂຄງການຄົນຮຸ່ນໃໝ່ ພາຍໃຕ້ຫົວຂໍ້: ຜູ້ຮັກສາຄວາມຊົງຈຳ ຊຶ່ງມີທັງໝົດ 9 ສະຫາຍມາຈາກບັນດາກະຊວງ, ອົງການ ທີ່ເປັນຕົວແທນຂອງຊາວໜຸ່ມລາວທີ່ເຂົ້າຮ່ວມ. ຈຸດປະສົງຂອງໂຄງການດັ່ງກ່າວແມ່ນເພື່ອໃຫ້ຊາວໜຸ່ມຈາກປະເທດຕ່າງໆໄດ້ຮຽນຮູ້ກ່ຽວກັບສະຫະພັນຣັດເຊຍ ທາງດ້ານວຽກງານການເມືອງ ແລະການປົກຄອງ, ປະຫວັດສາດ ແລະວັດທະນະທຳ ໃນແຕ່ລະຍຸກ ແຕ່ລະສະໄໝ ເປັນຕົ້ນແມ່ນການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ, ອຸດສາຫະກຳ, ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ, ວິທະຍາສາດ, ຫັດຖະກຳທີ່ມີເອກະລັກ, ງົດງາມປານີດ ແລະ ເປັນທີ່ປະທັບໃຈ ເພື່ອເປັນການສ້າງຄວາມຊົງຈຳທີ່ດີ ແລະ ສາມາດນຳມາຜັນຂະຫຍາຍໃຫ້ເກີດປະໂຫຍດສູງສຸດໃຫ້ກັບຊາວໜຸ່ມທີ່ໄດ້ເຂົ້າຮ່ວມໂຄງການໃນຄັ້ງນີ້.

ທັງນີ້, ພື່ອໃຫ້ຊາວໜຸ່ມມີຄວາມຮູ້-ຄວາມເຂົ້າໃຈເພີ່ມຕື່ມກ່ຽວກັບການຂ້າມຜ່ານສັງຄົມຂອງສະຫະພັນຣັດເຊຍ. ໂຄງການ “ຄົນຮຸ່ນໃໝ່” ພາຍໃຕ້ຫົວຂໍ້: ຜູ້ຮັກສາຄວາມຊົງຈຳຈັດຂຶ້ນໃນລະຫວ່າງວັນທີ 8-14 ກັນຍາ 2026 ທີ່ເມືອງເຢກາເຕີຣິນເບີກ (Ekaterinburg, ລັດສະວຽດລົບສກ໌ (Sverdlovsk), ສະຫະພັນຣັດເຊຍ ມີຜູ້ເຂົ້າຮ່ວມທັງໝົດ 46 ຄົນ ຈາກ 22 ປະເທດເຂົ້າຮ່ວມ.
ຂ່າວ: ສຊປລ

