Homeຂ່າວຕ່າງປະເທດBRICS ຮັບຮອງເອົາຖະແຫຼງການນິວແດນລີ 2026

BRICS ຮັບຮອງເອົາຖະແຫຼງການນິວແດນລີ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 12 ກັນຍາ ຜ່ານມາ, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດ ຫາກໍພົ້ນເດັ່ນຂຶ້ນ (BRICS) ຄັ້ງທີ 18 ໄດ້ເປີດຂຶ້ນຢູ່ອິນເດຍ, ໂດຍການເຂົ້າຮ່ວມຂອງການນຳບັນດາປະເທດສະມາຊິກ ດ້ວຍຫົວຂໍ້ “ສ້າງບັນດາພື້ນຖານສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນະວັດຕະກຳ, ການຮ່ວມມື ແລະ ພັດທະນາແບບຍືນຍົງ”, ກອງປະຊຸມໄດ້ສຸມໃສ່ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ; ເພີ່ມທະວີລັດທິຫຼາຍຝ່າຍ, ປັບປຸງລະບົບຄຸ້ມຄອງບໍລິຫານທົ່ວໂລກ, ຊຸກຍູ້ການຄ້າ, ການລົງທຶນ ແລະ ການເງິນ.

ໃນກອງປະຊຸມ, ບັນດາການນຳ BRICS ໄດ້ເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການນິວແດນລີ 2026, ໃນນັ້ນຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືລະຫວ່າງປະເທດສະມາຊິກ, ຊຸກຍູ້ລັດທິຫຼາຍຝ່າຍ, ແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ ແລະ ຍົກສູງສຽງຂອງປະເທດພວມພັດທະນາໃນການຄຸ້ມຄອງບໍລິຫານທົ່ວໂລກ. ເອກະສານລວມມີ 140 ຈຸດ ຊຶ່ງສ່ອງແສງເຖິງໂຄງການດຳເນີນງານເປີດກວ້າງ ຂອງ BRICS ໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນຂຶ້ນ ແລະ ປະເທດພວມພັດທະນາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments