Homeຂ່າວຕ່າງປະເທດໂລກ ປະເຊີນກັບເດືອນສິງຫາທີ່ຮ້ອນທີ່ສຸດແບບບໍ່ເຄີຍມີມາກ່ອນ

ໂລກ ປະເຊີນກັບເດືອນສິງຫາທີ່ຮ້ອນທີ່ສຸດແບບບໍ່ເຄີຍມີມາກ່ອນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 13 ກັນຍາ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາໂລກ (WMO) ລະບຸວ່າ, ຂໍ້ມູນສະພາບອາກາດຫຼ້າສຸດຊີ້ບອກວ່າເດືອນສິງຫາຜ່ານມາເປັນເດືອນສິງຫາທີ່ຮ້ອນທີ່ສຸດແບບບໍ່ເຄີຍມີມາກ່ອນໃນທົ່ວໂລກ, ໃນຂະນະທີ່ເນັ້ນໜັກວ່າຜົນກະທົບດັ່ງກ່າວໄດ້ຖືກຮັບຮູ້ທົ່ວໂລກ.

ໃນເດືອນສິງຫາຊີກໂລກເໜືອປະສົບກັບລະດູຮ້ອນທີ່ຮ້ອນທີ່ສຸດແບບບໍ່ເຄີຍມີມາກ່ອນ, ໃນຂະນະທີ່ຊີກໂລກໃຕ້ໄດ້ປະສົບກັບລະດູໜາວທີ່ອົບອຸ່ນຈົນເກືອບທຳລາຍສະຖິຕິ. ໃນຂະນະດຽວກັນ, ທັງພາກພື້ນອາກຕິກ ແລະ ອັນຕາກຕິກມີການປົກຄຸມດ້ວຍນ້ຳກ້ອນຕໍ່າກວ່າລະດັບສະເລ່ຍ.

ເອີຣົບຕາເວັນຕົກໄດ້ປະສົບກັບຄື້ນຄວາມຮ້ອນໃນເດືອນສິງຫາ ຊຶ່ງສືບຕໍ່ຈາກສະພາບອາກາດທີ່ຮ້ອນຜິດປົກກະຕິທີ່ເລີ່ມຕົ້ນໃນເດືອນພຶດສະພາ ແລະ ຍັງມີລາຍງານວ່າ ມີໄພແຫ້ງແລ້ງຮ້າຍແຮງໃນປະເທດຝຣັ່ງ, ຮົງກາລີ, ຣູມານີ, ແຊັກບີ ແລະ ສະຫະລາຊະອານາຈັກ.

ພື້ນທີ່ຂະໜາດໃຫຍ່ຂອງເອີຣົບກາງ ແລະ ເອີຣົບຕາເວັນອອກ ຍັງປະສົບກັບໄພແຫ້ງແລ້ງຢ່າງກວ້າງຂວາງໃນເດືອນສິງຫາ, ໂດຍບາງພື້ນທີ່ໄດ້ປະສົບກັບສະພາບເຫຼົ່ານີ້ຕັ້ງແຕ່ເດືອນພຶດສະພາເປັນຕົ້ນມາ. ຍ້ອນວ່າກະແສນ້ຳໃນແມ່ນ້ຳສາຍຫຼັກຂອງເອີຣົບເຊັ່ນ: ແມ່ນ້ຳຣາຍ, ດານູບ, ຊາວເທີນບັກ ແລະ ນີເປີ ຫຼຸດລົງຕໍ່າຜິດປົກກະຕິ.

WMO ລະບຸວ່າ: ປະກົດການແອວນີໂຢ ເປັນໜຶ່ງໃນປັດໃຈທີ່ເຮັດໃຫ້ເກີດຮູບແບບສະພາບອາກາດຕ່າງໆທີ່ທຳລາຍສະຖິຕິໃນເດືອນສິງຫາ, ພ້ອມທັງລະບຸຕື່ມວ່າຮູບແບບສະພາບອາກາດດັ່ງກ່າວມີອິດທິພົນຕໍ່ການກໍ່ຕົວຂອງພາຍຸໄຊໂຄລນເຂດຮ້ອນທົ່ວໂລກ. ພ້ອມທັງເຮັດໃຫ້ເກີດຝົນຕົກໜັກ ແລະ ນ້ຳຖ້ວມໃນບາງປະເທດ. ທັງນີ້, ຂໍ້ມູນຊີ້ໃຫ້ເຫັນວ່າເດືອນສິງຫາທີ່ຮ້ອນທີ່ສຸດ 10 ອັນດັບທຳອິດເທົ່າທີ່ເຄີຍມີການບັນທຶກສະຖິຕິມາລ້ວນແຕ່ເກີດຂຶ້ນນັບຕັ້ງແຕ່ປີ 2016.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments