ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 13 ກັນຍາຜ່ານມາ ທີ່ສະໜາມເກັບກູ້ລະເບີດ ບ້ານພິກໃຫຍ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ຊຶ່ງມີຄໍາຖາມວ່າ: ການຈັດກອງປະຊຸມຄັ້ງນີ້, ທາງການລາວຢາກຝາກຄຳຮຽກຮ້ອງຫຍັງສູ່ປະຊາຄົມໂລກ?.
ທ່ານຕອບວ່າ: ສປປ ລາວ ມີຄວາມມຸ່ງຫວັງອັນແຮງກ້າ ຢາກໃຫ້ປະຊາຄົມໂລກ ສາມັກຄີກັນ ເພື່ອລະດົມທຸກແຫຼ່ງຊັບພະຍາກອນ, ຄວາມຮູ້, ຄວາມສາມາດ, ເຕັກນິກ-ວິຊາການເພື່ອຊ່ວຍໃຫ້ບັນດາປະເທດ ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວຄື: ອັນທີໜຶ່ງ ແມ່ນການຂະຫຍາຍ ການຮ່ວມມື ແລະ ການຊ່ວຍເຫຼືອ; ອັນທີສອງ ແມ່ນການເກັບກູ້ລະເບີດທີ່ບໍ່ທັນແຕກ; ອັນທີສາມ ມີຄວາມສໍາຄັນເທົ່າທຽມກັນ ແມ່ນການຊ່ວຍເຫຼືອຜູ້ທີ່ໄດ້ຮັບເຄາະຮ້າຍ ແລະ ຄອບຄົວເຂົາເຈົ້າ ເພາະວ່າ ພໍ່ ຫຼື ແມ່ທີ່ເສຍຊີວິດ-ເສຍອົງຄະຈາກລະເບີດມັນໄດ້ສົ່ງຜົນກະທົບໄປເຖິງລູກ-ຫຼານຂອງເຂົາເຈົ້າໃນການເຂົ້າໂຮງຮຽນ ຫຼື ມາດຕະຖານການດຳລົງຊີວິດຄືກັນກັບປະຊາຊົນຜູ້ອື່ນໆ. ນີ້ແມ່ນ 3 ເປົ້າໝາຍຫຼັກຂອງພວກເຮົາ ເພື່ອເຜີຍແຜ່ໃຫ້ປະຊາຄົມໂລກ ເຂົ້າໃຈເຖິງຊະຕາກຳຂອງປະເທດທີ່ໄດ້ຮັບຜົນຮ້າຍຈາກສົງຄາມໃນໄລຍະຜ່ານມາ. ສິ່ງທີ່ພວກເຮົາກຳລັງປະເຊີນຢູ່ໃນປັດຈຸບັນ ແມ່ນຜົນກະທົບຈາກສົງຄາມນີ້ແມ່ນເປົ້າໝາຍຫຼັກທີ່ປະເທດລາວໄດ້ມີສ່ວນຮ່ວມ ໃນການສ້າງສົນທິສັນຍາດັ່ງກ່າວ ໜຶ່ງໃນນັ້ນແມ່ນປະເທດລາວໄດ້ຮັບກຽດລົງນາມ.

