ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ເປັນວຽກງານໜຶ່ງທີ່ມີບົດບາດຄວາມສຳຄັນ ເຕັມໄປດ້ວຍຄວາມສ່ຽງ ແລະ ຄວາມທ້າທາຍ ແຕ່ທ່ານ ນາງ ເພັງຈັນ ສີປະເສີດ ພະນັກງານແພດສະໜາມປະຈຳໜ່ວຍງານ AC1 ໄດ້ອຸທິດຕົນປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ນັບແຕ່ປີ 1999 ເປັນຕົ້ນມາຈົນເຖິງປັດຈຸບັນ ເພື່ອຄວາມປອດໄພຊີວິດການເປັນຂອງຢູ່ປະຊາຊົນພາຍໃນແຂວງຫຼວງພະບາງ.

ທ່ານ ນາງ ເພັງຈັນ ສີປະເສີດ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 13 ກັນຍາ ຜ່ານມາ ທີ່ສະໜາມເກັບກູ້ລະເບີດ ບ້ານພິກໃຫຍ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງວ່າ: ການປະຕິບັດໜ້າທີ່ວຽກງານເກັບກູ້ລະເບີດບໍ່ທັນແຕກໃນແຕ່ລະວັນ ຕ້ອງໄດ້ລົງກວດກູ້ຕາມພື້ນທີ່ເປົ້າໝາຍ ເຊັ່ນ: ບ້ານພິກໃຫຍ່. ສຳລັບໂຄງຮ່າງ ທີມງານກວດກູ້ 1 ທີມ ປະກອບມີ 10 ຄົນ ໂດຍມີຫົວໜ້າທີມ, ຮອງຫົວໜ້າທີມ, ແພດສະໜາມ, ພະນັກງານຂັບລົດ ແລະ ນັກເກັບກູ້ອີກ 6 ຄົນ. ໃນຖານະແພດສະໜາມຕ້ອງໄດ້ກຽມພ້ອມເຄື່ອງມື ແລະ ອຸປະກອນການແພດໃຫ້ຄົບຊຸດຢູ່ສະເໝີ ເພື່ອຮອງຮັບເຫດການສຸກເສີນທີ່ອາດຈະເກີດຂຶ້ນ.

ເຖິງວ່າວຽກງານດັ່ງກ່າວຈະມີຄວາມສ່ຽງສູງ ແລະ ທາງຄອບຄົວເຄີຍເປັນຫ່ວງເປັນໃຍ ໃນໄລຍະທຳອິດ, ແຕ່ຜ່ານການຝຶກອົບຮົມດ້ານຄວາມປອດໄພຢ່າງເຂັ້ມງວດ ປະກອບກັບຄວາມມຸ່ງໝັ້ນທີ່ຢາກຊ່ວຍເຫຼືອປະຊາຊົນ ຈຶ່ງເຮັດໃຫ້ທ່ານ ນາງ ເພັງຈັນ ສີປະເສີດ ມີຄວາມພາກພູມໃຈ ດີໃຈທີ່ໄດ້ຮັບໃຊ້ປະຊາຊົນ ກໍຄືປະເທດຊາດ.

