Homeຂ່າວໜ້າໜຶ່ງມອບຜູ້ຖືກຫາສັນຊາດຈີນ 98 ຄົນ ໃຫ້ທາງການຈີນໄປດໍາເນີນຄະດີ

ມອບຜູ້ຖືກຫາສັນຊາດຈີນ 98 ຄົນ ໃຫ້ທາງການຈີນໄປດໍາເນີນຄະດີ

ກະຊວງປ້ອງກັນຄວາມສະຫງົບ ໄດ້ມອບຜູ້ຖືກຫາກໍ່ອາຊະຍາກຳທາງອິນເຕີເນັດ ສັນ ຊາດຈີນ ຈໍານວນ 98 ຄົນ, ຍິງ 6 ຄົນ, ພ້ອມຂອງກາງມີໂທລະສັບ 50 ໜ່ວຍ, ຄອມພິວເຕີຕັ້ງໂຕະ 50 ເຄື່ອງ ແລະ ອື່ນໆອີກຈຳນວນໜຶ່ງ ໃຫ້ເຈົ້າໜ້າທີ່ຕຳຫລວດ ສປ ຈີນ ນຳຕົວໄປດຳເນີນຄະດີ ໃນວັນທີ 14 ກັນຍາ 2026 ທີ່ສະໜາມບິນສາກົນວັດໄຕ ໂດຍອີງຕາມກົດໝາຍວ່າດ້ວຍການຮ່ວມມືລະ ຫວ່າງປະເທດທາງອາຍາ ສະບັບເລກທີ 88/ສພຊ, ລົງວັນທີ 12 ພະຈິກ 2020.

ຕາງໜ້າເຈົ້າໜ້າທີ່ຝ່າຍລາວ ເຊັນມອບໂດຍ ທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ, ຕາງໜ້າເຈົ້າໜ້າທີ່ຝ່າຍຈີນເຊັນຮັບໂດຍ ທ່ານ ຫວັງ ເວີຍຫລານ ຮອງຫົວໜ້າພະແນກສືບສວນ-ສອບສວນ ຄະດີລະເມີດຊັບສິນ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ໂດຍມີ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍເຈົ້າໜ້າທີ່ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ຜູ້ຖືກຫາສັນຊາດຈີນ ທີ່ມອບໃຫ້ທາງການຈີນໃນຄັ້ງນີ້ ຖືກເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບລາວ ກັກຕົວໄດ້ໃນໄລຍະກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ ສປປ ລາວ ໃນໄລຍະຜ່ານມາ. ຕໍ່ກັບການກະທໍາຂອງພວກກ່ຽວ ແມ່ນຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ. ສະນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວພວກກ່ຽວ ພ້ອມຂອງກາງ ແລະ ໄດ້ມອບໃຫ້ທາງການຈີນ ນຳຕົວໄປດໍາເນີນຄະດີຕາມກົດໝາຍ ຢູ່ ສປ ຈີນ ຕໍ່ໄປ.

ຂ່າວ: ຄອນສະຫວັນ

ພາບ: ແກ້ວ ອຸເພັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments