Homeຂ່າວໜ້າໜຶ່ງຮອງຫົວໜ້າ ຄອສພ ລົງຕິດຕາມສູນຂ່າວ ກອງປະຊຸມທົບທວນສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ຮອງຫົວໜ້າ ຄອສພ ລົງຕິດຕາມສູນຂ່າວ ກອງປະຊຸມທົບທວນສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ວັນທີ 13 ກັນຍາ 2026 ນີ້, ທ່ານ ສາຄອນ ພົມມະລາດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ການກະກຽມຄວາມພ້ອມຂອງສູນຂ່າວ ໂຄສະນາຮັບໃຊ້ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະຈັດຂຶ້ນວັນທີ 14-18 ກັນຍາ 2026 ຢູ່ນະຄອນຫລວງວຽງຈັນ.

ໃນໂອກາດລົງກວດກາດັ່ງກ່າວ, ທ່ານ ສາຄອນ ພົມມະລາດ ໄດ້ຮັບຟັງການລາຍງານກ່ຽວກັບຄວາມຂອງສູນຂ່າວ, ຫ້ອງຖະແຫລງຂ່າວ ແລະ ອື່ນໆ. ພ້ອມນີ້, ທ່ານຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ກໍໄດ້ຊີ້ນໍາໃຫ້ບັນດາຫົວໜ້າອົງການສື່ມວນຊົນ ກໍຄື ຄະນະບັນນາທິການ ເປັນເຈົ້າການຕິດຕາມກວດກາບັນດາຂໍ້ມູນ, ເນື້ອໃນຂ່າວທີ່ປິ່ນອ້ອມກອງປະຊຸມດັ່ງກ່າວ ຢ່າງລະອຽດກ່ອນເຜີຍແຜ່ຜ່ານຜະລິດຕະພັນສື່ຕ່າງໆຢ່າງຖືກຕ້ອງ, ວ່ອງໄວ, ທັນເຫດການ. ທັງນີ້, ກໍເພື່ອເຮັດໃຫ້ການໂຄສະນາໃຫ້ແກ່ກອງປະຊຸມ ທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຢ່າງມີປະສິດທິພາບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments