ກົມພັດທະຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ, ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ຈັດກອງປະຊຸມຄະນະຮັບຜິດຊອບຊີ້ນໍາການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ຂັ້ນສູນກາງ ຄັ້ງທີ 2 ໃນວັນທີ 10 ກັນຍາ 2026 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕິກະຊວງການເງິນ, ຫົວໜ້າຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດຂັ້ນສູນກາງ, ມີຮອງລັດຖະມົນຕີ, ຜູ້ຕາງໜ້າຈາກທຸກກະຊວງ, ຕາງໜ້າຈາກທະນາຄານ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕິ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານຄວາມຄືບໜ້າການກະກຽມປະຕິບັດ “ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ຫລຸດ ຜ່ອນຄວາມທຸກຍາກ” ວ່າ: ຄະນະກອງເລຂາຊ່ວຍວຽກ ໄດ້ສຸມໃສ່ກະກຽມບັນດາໜ້າວຽກທີ່ສໍາຄັນ ແລະ ຮີບດ່ວນ ເປັນຕົ້ນ ໄດ້ຄົ້ນຄວ້າປຶກສາຫາລືກ່ຽວກັບການຮ່າງບັນດາເອກະສານ ທີ່ກ່ຽວຂ້ອງກັບການກະກຽມປະຕິບັດວາລະແຫ່ງຊາດ ໂດຍໄດ້ຈັດກອງປະຊຸມຄະນະກອງເລຂາຊ່ວຍວຽກ ຄະນະຮັບ ຜິດຊອບຊີ້ນໍາ ຂັ້ນສູນກາງ 3 ຄັ້ງ ເພື່ອສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ສ້າງຄວາມເປັນເອກະພາບກ່ຽວກັບເນື້ອໃນ 4 ເອກະສານ ຄື: ຮ່າງແຜນປະຕິບັດງານແຫ່ງຊາດ; ຮ່າງມະຕິຂອງລັດຖະບານ ວ່າດ້ວຍການແບ່ງຄວາມຮັບຜິດຊອບ; ຮ່າງຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດແຜນງານແຫ່ງຊາດ; ຮ່າງເອກະສານເຜີຍແຜ່ (3 ສະບັບ) ໄດ້ສົມທົບບັນດາກົມວິຊາການຂອງກະຊວງທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ກ່ຽວກັບການກໍານົດບັນດາຄອບຄົວ, ບ້ານ ແລະ ເມືອງເປົ້າໝາຍ ຂອງການປະຕິບັດວາລະແຫ່ງຊາດ, ໄດ້ຮ່າງແຈ້ງການໃນນາມຄະນະຮັບຜິດຊອບຊີ້ນໍາຂັ້ນສູນກາງ ເພື່ອແຈ້ງບັນດາແຂວງ, ນະຄອນຫລວງ ກະກຽມລ່ວງໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ເປັນຕົ້ນ ການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ຂັ້ນແຂວງ, ການກະກຽມຈັດຕັ້ງການເຜີຍແຜ່ ແລະ ການກະກຽມຄະນະວິຊາການ ເພື່ອເຮັດວຽກກັບຄະນະວິຊາການຂັ້ນສູນກາງ. ພ້ອມນີ້, ກະຊວງການເງິນ ກໍໄດ້ຈັດສັນງົບປະມານເຂົ້າໃນການກະກຽມດ້ານເອກະສານ ແລະ ລົງເຜີຍແຜ່ທົ່ວປະເທດ ລວມເປັນງົບປະມານ 10 ຕື້ກີບ; ໄດ້ ນໍາສະເໜີລັດຖະບານ ປັບປຸງດໍາລັດ 348/ລບ ແລະ ມີແຜນຈະປັບປຸງເນື້ອໃນຕາມຄໍາເຫັນຂອງສະມາ ຊິກລັດຖະບານ. ມາຮອດປັດຈຸບັນ, ການກະກຽມເອກະສານຕ່າງໆກ່ຽວກັບການຜັນຂະຫຍາຍ ຈັດຕັ້ງປະຕິບັດວາລະແຫ່ງຊາດ ໄດ້ສໍາເລັດໂດຍພື້ນຖານ ແລະ ມີຄວາມພ້ອມ ເພື່ອນໍາໄປເຜີຍແຜ່ ແລະ ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.

ພ້ອມນີ້, ກອງປະຊູມ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືທາງດ້ານເນື້ອໃນ, ການກຳນົດວັນ ແລະ ເວລາ, ສະຖານທີ່ຈະໄປທົດລອງສາທິດ, ການຈັດສັນດ້ານງົບປະມານ, ການກະກຽມຄວາມພ້ອມທາງດ້ານເນື້ອໃນທີ່ຈະລົງໄປເຜີຍແຜ່ ແລະ ຈັດຕັ້ງປະຕິບັດໃຫ້ໄປໃນທິດທາງດຽວກັນ.

