ສຳນັກຂ່ວ ອິນໂຟເຄວສ: ກຸ່ມປະເທດ ຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫລື ໂອເປັກພາລັສ ມີມະຕິຮັກສາ ນະໂຍບາຍການຜະລິດນ້ຳມັນ ສຳລັບເດືອນຕຸລາ ເນື່ອງຈາກກຸ່ມໂອເປັກພາລັສ ຈຳເປັນ ຕ້ອງປຶກສາຫາລືກັນເພີ່ມເຕີມ ກ່ຽວກັບໂຄຕ້າຄັ້ງໃໝ່ໃນກອງປະຊຸມເດືອນໜ້າທ່າມກາງຄວາມບໍ່ແນ່ນອນ ກ່ຽວກັບສົງຄາມອີຣານ.
ມະຕິດັ່ງກ່າວມີຂຶ້ນ ພາຍຫລັງສິ້ນສຸດກອງປະຊຸມ ຂອງ 7 ປະເທດສະມາຊິກໂອເປັກພາລັສ ຊຶ່ງປະກອບດ້ວຍອາຣັບບີ ຊາອຸດິດ, ຣັດເຊຍ, ອີຣັກ, ກູເວດ, ແອນເຊລີ, ກາຊັກ ສະຖານ ແລະ ໂອມານ ເມື່ອວັນທີ 6 ກັນຍາ ຜ່ານມາ. ໂດຍກອງປະຊຸມມີຂຶ້ນໃນຂະນະທີ່ສົງຄາມອີຣານ ຍັງສືບຕໍ່ສົ່ງຜົນກະທົບຕໍ່ການສົ່ງອອກນ້ຳມັນຜ່ານຊ່ອງແຄບຮໍມຸດ (Hormuz) ຊຶ່ງຈຳກັດຄວາມສາມາດ ຂອງໂອເປັກພາລັສ ໃນການກຳນົດລາຄາ ແລະ ສ່ວນແບ່ງຕະຫລາດ. 7 ປະເທດສະມາຊິກ ຂອງກຸ່ມໂອເປັກພາລັສ ໄດ້ຕັດສິນໃຈ ທີ່ຈະຮັກສາກຳລັງການຜະລິດ ຂອງເດືອນຕຸລາ 2026 ໄວ້ໃນລະດັບດຽວກັນກັບ ໂຄຕ້າການຜະລິດ ຂອງເດືອນກັນຍາ 2026 ແລະ ທາງກຸ່ມຈະຈັດກອງປະຊຸມຄັ້ງຕໍ່ໄປ ໃນວັນທີ 4 ຕຸລາ ເພື່ອປະເມີນພາວະຕະຫລາດຕໍ່ໄປ.
