Home ຂ່າວຕ່າງປະເທດ ຍອດຜູ້ຕິດເຊື້ອພະຍາດໝາກແດງ ໃນ ສ.ອາເມລິກາ ເພີ່ມຂຶ້ນເຖິງ 3.000 ກໍລະນີ

ຍອດຜູ້ຕິດເຊື້ອພະຍາດໝາກແດງ ໃນ ສ.ອາເມລິກາ ເພີ່ມຂຶ້ນເຖິງ 3.000 ກໍລະນີ

0

ສຳນັກຂ່າວຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງ ສ.ອາເມລິກາ ລາຍງານວ່າ: ສ.ອາເມລິກາ ກວດພົບຜູ້ຕິດເຊື້ອພະຍາດໝາກແດງ (ພະຍາດຫັດ) ຈໍານວນ 3.134 ກໍລະນີ ໃນປີ 2026 (ໄລ່ຮອດ ວັນທີ 3 ກັນຍາ).

ຕົວເລກດັ່ງກ່າວເພີ່ມຂຶ້ນລື່ນກາຍ ຈຳນວນຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນ ໃນປີ 2025 ຊຶ່ງມີ ຢູ່ 2.289 ກໍລະນີ ແລະ ເປັນຍອດຜູ້ຕິດເຊື້ອ ລວມລາຍປີສູງທີ່ສຸດ ນັບຕັ້ງແຕ່ ປີ 1991 ເປັນຕົ້ນມາ ໂດຍຍອດຜູ້ຕິດເຊື້ອທົ່ວປະເທດ ຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງທ່າມກາງອັດຕາຄວບຄຸມດ້ານການສັກວັກຊີນ ໃນກຸ່ມເດັກທີ່ຫລຸດລົງ.

ບົດລາຍງານລະບຸວ່າ ຜູ້ຕິດເຊື້ອ ຈຳນວນ 3.118 ກໍລະນີແມ່ນກະຈາຍ ຢູ່ໃນ 47 ເຂດ ຂອງ ສ.ອາເມລິກາ ແລະ ອີກ 16 ກໍລະນີ ແມ່ນຜູ້ເດີນທາງມາຈາກຕ່າງປະເທດ ໃນຂະນະທີ່ຜູ້ຕິດເຊື້ອ ທີ່ເຂົ້າຮັບການປິ່ນປົວ ໃນໂຮງໝໍມີທັງໝົດ 248 ຄົນ ຫລື ກວມເອົາປະມານ 8% ຂອງຜູ້ຕິດເຊື້ອທັງໝົດທີ່ໄດ້ຮັບການຢືນຢັນ. ປັດຈຸບັນ, ຍັງມີລາຍງານການກວດພົບການລະບາດ ຂອງພະຍາດຫັດແລ້ວ 38 ຄັ້ງໃນປີນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version