Homeຂ່າວຕ່າງປະເທດອີຣານ ປັບຂຶ້ນລາຄານ້ຳມັນແອດຊັງ ສຳລັບຜູ້ໃຊ້ເຊື້ອໄຟຈຳນວນຫລາຍ

ອີຣານ ປັບຂຶ້ນລາຄານ້ຳມັນແອດຊັງ ສຳລັບຜູ້ໃຊ້ເຊື້ອໄຟຈຳນວນຫລາຍ

ສຳນັກຂ່າວ ຣອຍເຕີ ລາຍງານ ຈາກ ນະຄອນຫລວງ ເຕເຮຣັງ ປະເທດອີຣານ, ເມື່ອບໍ່ດົນມານີ້ ອີ ຣານ ໄດ້ປັບຂຶ້ນ ລາຄາ ນ້ຳມັນ ແອັດຊັງ (ແບນຊິນ) ສຳລັບ ຜູ້ຊື້ເກີນ 110 ລິດ ຕໍ່ເດືອນ ເລີ່ມແຕ່ ວັນທີ 8 ກັນຍາ ເປັນຕົ້ນໄປ. ດ້ວຍຄວາມພະຍາຍາມ ຂອງ ລັດຖະບານ ອີຣານ ໃນການຈັດການບັນຫາ ທີ່ເກີດຈາກ ສົງຄາມ ແລະ ມາດຕະການຂວໍ້າບາດ ທາງດ້ານເສດຖະກິດ ຂອງ ສ.ອາເມລິກາ.

ໂດຍທ່ານນາງ ຟາເຕເມກ ໂມຮາເຈຣານີ ໂຄສົກ ລັດຖະບານ ອີຣານ ກ່າວວ່າ ລາຄາ ນ້ຳມັນ ໃນໂຄຕ້າທຳອິດ ແລະ ໂຄຕ້າທີສອງ ຊຶ່ງລວມເຖິງ 110 ລິດ ຈະສືບຕໍ່ ບໍ່ມີການ ປ່ຽນແປງ ແຕ່ລາຄາ ນ້ຳມັນ ໃນໂຄຕ້າທີສາມ ຈະເພີ່ມຂຶ້ນເປັນ 100.000 ຣຽວອີຣານ ຕໍ່ລິດ. ການປັບລາຄາຂຶ້ນ ຂອງ ອີຣານ ເປັນໜຶ່ງ ໃນລາຄາ ຕໍ່າທີ່ສຸດ ໃນໂລກ ຜ່ານການປຶກສາຫາລື ຂອງ ລັດຖະບານ ອີຣານ ແລະ ຖືກເລື່ອນ ອອກໄປ ທ່າມກາງ ຄວາມກັງວົນວ່າ ອາດຈະເຮັດໃຫ້ ເກີດການປະທ້ວງ ຄັ້ງໃໝ່ ທີ່ ອີຣານ ເຄີຍປະສົບກັບ ການປະທ້ວງ ຢ່າງກວ້າງຂວາງ ເມື່ອປີ 2019 ຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments