Homeຂ່າວຕ່າງປະເທດຈີນ ລົງທຶນໃຫ້ທະນາຄານ-ບໍລິສັດປະກັນໄພ ຈຳນວນ 4,5 ໝື່ນລ້ານໂດລາ

ຈີນ ລົງທຶນໃຫ້ທະນາຄານ-ບໍລິສັດປະກັນໄພ ຈຳນວນ 4,5 ໝື່ນລ້ານໂດລາ

ສຳນັກຂ່າວຊິນຮວາ, ເມື່ອບໍ່ດົນມານີ້, ທາງການຈີນ ພວມເພີ່ມວົງເງິນທຶນ ຈຳນວນ 3 ແສນລ້ານຢວນ (4,5 ໝື່ນລ້ານໂດລາ ສະຫະລັດ) ໃຫ້ທະນາຄານ ແລະ ບໍລິສັດປະກັນໄພຂະໜາດໃຫຍ່ທີ່ສຸດ ຂອງປະເທດ ຊຶ່ງເປັນການເພີ່ມເງິນກອງທຶນຄັ້ງໃຫຍ່ທີ່ສຸດ ໃນຮອບເກືອບ 20 ປີ ເພື່ອເສີມສ້າງຄວາມເຂັ້ມແຂງ ໃຫ້ລະບົບການເງິນ ແລະ ສະໜັບສະໜູນ ການປ່ອຍສິນເຊື່ອ ທ່າມກາງ ພາວະເສດຖະກິດ ພາຍໃນ ປະເທດ ທີ່ຢຸດຈຶ້ງ.

ກະຊວງການເງິນ ຈີນ ໄດ້ຖະແຫລງ ເມື່ອວັນທີ 6 ກັນຍາ ຜ່ານມາ ວ່າ: ທາງກະຊວງ ຈະອອກ ພັນທະບັດ ລຸ້ນພິເສດ ເພື່ອເພີ່ມເງິນ ກອງທຶນ ໃຫ້ແກ່ ສະຖາບັນການເງິນ 8 ແຫ່ງ. ການເພີ່ມເງິນ ກອງທຶນໃນຄັ້ງນີ້ ຖືເປັນ ເປົ້າໝາຍສຳຄັນ ຂອງ ການໃຊ້ ນະໂຍບາຍ ທີ່ເລີ່ມຕົ້ນຂຶ້ນ ໃນປີ 2024 ຊຶ່ງເປັນ ໄລຍະ ທີ່ ລັດຖະບານຈີນ ປະກາດແຜນເພີ່ມເງິນກອງທຶນ ໃຫ້ທະນາຄານ ຂະໜາດໃຫຍ່ທີ່ສຸດ ເປັນຄັ້ງທຳອິດ.

ໂດຍບົດລາຍງານ ການປະຕິບັດງານ ຂອງ ລັດຖະບານ ປະຈຳປີນີ້ ໄດ້ສະເໜີໃຫ້ ມີການ ອອກພັນທະບັດ ລັດຖະບານ ພິເສດ ວົງເງິນ 3 ແສນລ້ານຢວນ ເພື່ອເປົ້າໝາຍດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງ ຂອງ ຄວາມພະຍາຍາມ ທີ່ລັດຖະບານຈີນ ໄດ້ວາງແຜນໄວ້ລ່ວງໜ້າ ເພື່ອ ເສີມສ້າງ ຄວາມເຂັ້ມແຂງ ໃຫ້ແກ່ ລະບົບການເງິນນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments