ອີງຕາມການເຊື້ອເຊີນຂອງພັກກອມມູນິດປອກຕຸຍການ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະໄດ້ເດີນທາງໄປຮ່ວມບຸນມະໂຫລານ ອາວັງເຕ ຄັ້ງທີ 50 (Avante Festival) ຂອງ ພັກກອມມູນິດປອກຕຸຍການ ທີ່ເມືອງລິດສະບອນ ປະເທດ ປອກຕຸຍການ ໃນລະຫວ່າງວັນທີ 4-6 ກັນຍາ 2026.
ໃນໂອກາດເຂົ້າຮ່ວມບຸນມະໂຫລານຄັ້ງນີ້, ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ເຂົ້າພົບປະກັບ ສະຫາຍ ປາວໂຣ ໄຣມຸນໂດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນນິດປອກຕຸຍການ ແລະ ໄດ້ຕາງໜ້າໃຫ້ແກ່ພັກປະຊາຊົນປະຕິວັດລາວ ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດປອກຕຸຍການ, ຕາງໜ້າພັກກອມມູນິດປອກຕຸຍການ ລົງນາມໂດຍ ສະຫາຍ ເປໂດຣ ເກຍໄຣໂຣ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດປອກຕຸຍການ, ເພື່ອກໍານົດທິດທາງໃນການຮັດແໜ້ນ ແລະ ເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງສອງພັກ ໃນຕໍ່ໜ້າ.
ໂອກາດການພົບປະສອງຝ່າຍ, ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງພັກ ແລະ ໄດ້ແລກປ່ຽນບາງບົດຮຽນ ກ່ຽວກັບສະພາບການເຄື່ອນໄຫວຂອງພັກ ແລະ ວຽກງານກໍ່ສ້າງພັກ, ພ້ອມທັງບັນຫາທີ່ສອງຝ່າຍໃຫ້ຄວາມສົນໃຈ.

ສະຫາຍ ປາວໂຣ ກໍໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ການເດີນທາງມາຮ່ວມງານມະໂຫລານ ອາວັງເຕ ໃນຄັ້ງນີ້ ຂອງຄະນະຜູ້ແທນພັກ ປປ ລາວ ຊຶ່ງເປັນການຢັ້ງຢືນໃຫ້ເຫັນເຖິງການສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ການຮັດແໜ້ນຄວາມສາມັກຄີລະຫວ່າງສອງພັກ ໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ມີຄວາມຫຍຸ້ງຍາກສັບສົນ. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບທີ່ດີ ແລະ ອົບອຸ່ນ ຂອງ ພັກ ປປ ລາວ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນ ພັກກອມມູນິດປອກຕຸຍການ ໃນປີ 2024 ຜ່ານມາ; ທັງໄດ້ຍົກໃຫ້ເຫັນເຖິງຄວາມສົນໃຈ ແລະ ແລກປ່ຽ່ນບົດຮຽນກ່ຽວກັບວຽກງານອົງການຈັດຕັ້ງມະຫານຊົນ ໂດຍສະເພາະວຽກງານການເຄື່ອນໄຫວຂອງອົງການຈັດຕັ້ງແມ່ຍິງ ແລະ ຊາວໜຸ່ມ ພາຍໃຕ້ການນໍາພາຂອງ ພັກ ປປ ລາວ.
ໃນກອບ ຂອງບຸນມະໂຫລານ ອາວັງເຕ ໃນຄັ້ງນີ້, ຄະນະຜູ້ແທນ ພັກ ປປ ລາວ ຍັງໄດ້ເຂົ້າຮ່ວມງານວາງສະແດງມູນເຊື້ອຂອງພັກ, ວັດທະນະທໍາ ແລະ ສິລະປະກໍານາໆຊາດ ຊຶ່ງ ພັກ ປປ ລາວ ກໍແມ່ນໜຶ່ງໃນບັນດາພັກການເມືອງເພື່ອນມິດ ລວມທັງພັກກອມມູນິດຈີນ, ພັກກອມມູນິດຫວຽດນາມ, ກູບາ ແລະ ພັກການເມືອງອື່ນໆ ຫລາຍກວ່າ 40 ພັກການເມືອງໃນທົ່ວໂລກທີ່ເຂົ້າຮ່ວມ ແລະ ເປີດຮ້ານວາງສະແດງຂອງຕົນຢ່າງຟົດຟື້ນ ແລະ ດຶງດູດຄວາມສົນໃຈ ຈາກບັນດາຜູ້ຄົນທີ່ມາທ່ຽວຊົມງານເປັນຈໍານວນຫລວງຫລາຍ.
ບຸນມະໂຫລານ ອາວັງເຕ ເປັນບຸນປະເພນີປະຈໍາປີຂອງ ພັກກອມມູນິດປອກຕຸຍການ ຊຶ່ງຈັດຂຶ້ນໃນທຸກໆຕົ້ນເດືອນກັນຍາ ຂອງທຸກປີ ເປັນມາດົນນານ, ເປັນເວທີໃນການເຕົ້າໂຮມຄວາມສາມັກຄີ, ພົບປະ, ແລກປ່ຽນບົດຮຽນ-ປະສົບການເຄື່ອນໄຫວ ແລະ ການຮ່ວມມື ຂອງບັນດາພັກກອມມູນິດ, ພັກກໍາມະກອນ ແລະ ຂະບວນການກ້າວໜ້າຝ່າຍຊ້າຍ ຊຶ່ງ ພັກ ປປ ລາວ ໄດ້ໃຫ້ຄວາມສໍາຄັນ ໂດຍໄດ້ສົ່ງຄະນະຜູ້ແທນເຂົ້າຮ່ວມຫລາຍຄັ້ງໃນໄລຍະຜ່ານມາ ແລະ ໃນຄັ້ງທີ 50 ນີ້, ພັກ ປປ ລາວ ໄດ້ເຂົ້າຮ່ວມເປີດຮ້ານວາງສະແດງຂອງພັກເປັນຄັ້ງທໍາອິດ ເພື່ອເປັນການເຜີຍແຜ່ແນວທາງນະໂຍບາຍ ແລະ ຍົກສູງບົດບາດຂອງ ພັກ ປປ ລາວ ລວມທັງເປັນການແລກປ່ຽນດ້ານວັດທະນະທໍາ ແລະ ຮີດຄອງປະເພນີ ຂອງຊາດລາວ ໃນເວທີສາກົນ.