ໃນກອງປະຊຸມສະໄໝສາມັນ ຄັ້ງທີ II ຂອງຄະນະບໍລິຫານງານ ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ທີ່ ນິວຢອກ ໃນອາທິດນີ້, ຄະນະບໍລິຫານງານ UNICEF ໄດ້ຮັບຮອງເອົາເອກະສານແຜນງານລະດັບປະເທດ (CPD) ສະບັບໃໝ່ສໍາລັບ ສປປ ລາວ ໄລຍະ 2027-2031 ຢ່າງເປັນທາງການ. ເອກະສານດັ່ງກ່າວ ຖືເປັນຂອບການດໍາເນີນງານຫລັກ ໃນການຮ່ວມມື ລະຫວ່າງ ອົງການ UNICEF ແລະ ລັດຖະບານ ແຫ່ງ ສປປ ລາວ.
ໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ໄດ້ກ່າວວ່າ: ສປປ ລາວ ໃຫ້ຄວາມສຳຄັນຢ່າງສູງຕໍ່ສາຍພົວພັນຮ່ວມມືທີ່ຍາວນານ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບເດັກ ຕະຫລອດໄລຍະເວລາຫລາຍກວ່າ 5 ທົດສະວັດ ທີ່ຜ່ານມາ. ການຮ່ວມມືນີ້, ໄດ້ສ້າງຜົນງານຢ່າງເປັນຮູບປະທໍາໃຫ້ແກ່ເດັກນ້ອຍ ແລະ ຄອບຄົວ ໃນຂອບເຂດທົ່ວປະເທດ, ເອກະສານແຜນງານລະດັບປະເທດ ສໍາລັບ ສປປ ລາວ ໄລຍະ 2027-2031 ສະບັບໃໝ່ນີ້ ແມ່ນໝາກຜົນຈາກການປຶກສາຫາລື ແລະ ການມີສ່ວນຮ່ວມຢ່າງຮອບດ້ານ ຊຶ່ງສອດຄ່ອງກັບທິດທາງບຸລິມະສິດ ຂອງແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ ສະບັບທີ X (2026-2030) ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງເດັກນ້ອຍ ໃນທົ່ວປະເທດ.
ແຜນງານນີ້ ໄດ້ຮັບການພັດທະນາຮ່ວມກັບ ລັດຖະບານ ແຫ່ງ ສປປ ລາວ ໂດຍສຸມໃສ່ 4 ຂົງເຂດບຸລິມະສິດຕົ້ນຕໍ ຄື: ໄລຍະ 1.000 ວັນທຳອິດຂອງຊີວິດ; ການຮຽນຮູ້ ແລະ ທັກສະ; ການສົ່ງເສີມຂີດຄວາມສາມາດຂອງໄວໜຸ່ມ; ພ້ອມທັງ ການເຂົ້າເຖິງນ້ຳສະອາດ ແລະ ສະພາບແວດລ້ອມທີ່ປອດໄພ.
ທ່ານ ບິລາລ ອູແຣັງ ເຊັບ ດູຣານີ, ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ ປະຈຳ ສປປ ລາວ ໄດ້ກ່າວວ່າ: ເອກະສານແຜນງານລະດັບປະເທດ ແມ່ນຄຳໝັ້ນສັນຍາ ທີ່ໃຫ້ໄວ້ກັບເດັກນ້ອຍ, ແຜນງານນີ້ ໄດ້ຖືກອອກແບບມາ ເພື່ອຫລຸດຜ່ອນພາລະຄວາມຫຍຸ້ງຍາກຂອງເດັກນ້ອຍທີ່ດ້ອຍໂອກາດ ກໍຄື ເພື່ອສ້າງຮາກຖານທີ່ເຂັ້ມແຂງໃຫ້ເດັກນ້ອຍທຸກໆຄົນໃນ ສປປ ລາວ ບໍ່ວ່າເຂົາເຈົ້າຈະເກີດຢູ່ເຂດໃດກໍຕາມ. ທຸກຢ່າງຈະບໍ່ສາມາດເກີດຂຶ້ນໄດ້ ຖ້າປາສະຈາກການລົງທຶນຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາ ທີ່ພ້ອມຈະຄຽງບ່າຄຽງໄຫລ່ຈັດຕັ້ງປະຕິບັດວຽກງານ ເພື່ອເຂົ້າເຖິງກຸ່ມທີ່ບອບບາງທີ່ສຸດ.
ນອກຈາກນີ້, ແຜນງານດັ່ງກ່າວ ຍັງໄດ້ເລີ່ມຈັດຕັ້ງປະຕິບັດ ໃນຂະນະທີ່ ສປປ ລາວ ໄດ້ສຳເລັດການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີນີ້ ຊຶ່ງອົງການ UNICEF ຊີ້ໃຫ້ເຫັນວ່າ ຈໍາເປັນຕ້ອງມີການລົງທຶນພາຍໃນປະເທດຢ່າງຍືນຍົງ ເຂົ້າໃນຂົງເຂດສາທາ ລະນະສຸກ, ການສຶກສາ ແລະ ການປົກປ້ອງທາງສັງຄົມ ຄຽງຄູ່ກັບການເຕີບໂຕທາງດ້ານເສດຖະກິດ.

