ຄະນະຜູ້ແທນຂັ້ນສູງຈາກກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ນຳໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະຫະພັນກິລາຄົນພິການອາຊຽນ (ASEAN Para Sports Federation-APSF Board of Governors Meeting) ຈັດຂຶ້ນລະຫວ່າງວັນທີ 7-11 ກັນຍາ 2026 ທີ່ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ. ຂະນະດຽວກັນ, ສປປ ລາວ ກໍໄດ້ສະເໜີ 12 ປະເພດກິລາ ເຂົ້າຮ່ວມແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 14 ໄລຍະວັນທີ 17-23 ຕຸລາ 2027 ທີ່ນະຄອນຫລວງກົວລາລໍາເປີ ປະກອບມີ: ແລ່ນ-ລານ, ລອຍນໍ້າ, ຍົກນ້ຳໜັກ, ບ໋ອດເຊຍ, ໂກນບານ(ຍິງ), ບານເຕະຄົນພິການຕາ (ຊາຍ), ບານບ້ວງລໍ້ເລື່ອນ(ຍິງ), ລົດຖີບ, ດອກປີກໄກ່, ຟັນດາບ, ເທັນນິດ ແລະ ຍິງປືນ.

ທ່ານ ລັດຖະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ໄດ້ ໃຫ້ຮູ້ວ່າ: ໃນການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຖືເປັນພາລະກິດສໍາຄັນໃນການຮ່ວມມື ແລະ ປຶກສາຫາລືກ່ຽວກັບທິດທາງການພັດທະນາກິລາຄົນພິການ ໃນພາກພື້ນອາຊຽນ, ພ້ອມທັງເປັນການກະກຽມຄວາມພ້ອມດ້ານຕ່າງໆ ທີ່ກ່ຽວຂ້ອງກັບການເຄື່ອນໄຫວວຽກງານກິລາຄົນພິການຂອງ ສປປ ລາວ ໃນເວທີສາກົນ. ຕາມແຜນງານຂອງກອງປະຊຸມ, ຄະນະຜູ້ແທນລະດັບສູງຈະໄດ້ເຂົ້າຮ່ວມກອງປະຊຸມຄະ ນະບໍລິຫານງານ (APSF Board of Governors Meeting) ແລະ ກິດຈະກຳແລກປ່ຽນຕ່າງໆ ທີ່ທາງປະເທດມາເລເຊຍ ໄດ້ຈັດຂຶ້ນ.
ຫລັງຈາກງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 13 ສິ້ນສຸດລົງ, ສະຫະພັນກິລາຄົນພິການອາຊຽນ (APSF) ກໍຄື ປະເທດເຈົ້າພາບໄດ້ວາງແຜນຈະຈັດງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 14 ໄລຍະວັນທີ 17-23 ຕຸລາ 2027 ທີ່ ນະຄອນຫລວງ ກົວລາລໍາເປີ ປະເທດມາເລເຊຍ, ໄດ້ສະເໜີໃຫ້ບັນດາປະເທດສະມາຊິກຄົນພິການອາຊຽນ ແຈ້ງເຈດຈຳນົງສະເໜີຈຳນວນປະເພດກິລາ ເຂົ້າຮ່ວມແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 14 ໃຫ້ເຈົ້າພາບໃນເບື້້ອງຕົ້ນ. ໃນນັ້ນ, ສປປ ລາວ ສະເໜີ 12 ປະເພດກິລາຄົນພິການຮ່ວມຊີງໄຊ.