ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານພັກ ສະໄໝ XII ແລະ ບັນດາເອກະສານສຳຄັນຕ່າງໆຂອງພັກ ໃນວັນທີ 9 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ພະນັກງານຫລັກແຫລງ, ພ້ອມດ້ວຍສະມາຊິກພັກ-ພະນັກງານລັດຖະກອນເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ຍົກໃຫ້ເຫັນເນື້ອໃນມະຕິຄົບຄະນະບໍລິຫານງານພັກ ສະໄໝXII ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ, ແຜນເງິນຕາ ໃນໄລຍະ 6 ເດືອນຕົ້ນປີ 2026 ແມ່ນໄດ້ດໍາເນີນໃນສະພາບພາກພື້ນ ແລະ ສາ ກົນ ມີຄວາມທ້າທາຍສົມຄວນ ໂດຍສະເພາະ ຄວາມຂັດແຍ່ງທາງດ້ານການຄ້າ, ບັນຫາຄວາມບໍ່ສະ ຫງົບຢູ່ຕາເວັນອອກກາງ ທີ່ກະທົບໃສ່ເສດຖະກິດພາຍໃນຂອງປະເທດເຮົາ ເປັນຕົ້ນ ການສະໜອງນໍ້າມັນເຊື້ອໄຟບໍ່ພຽງພໍ, ລາຄານໍ້າມັນເຊື້ອໄຟ, ລາຄາສິນຄ້າ, ຄ່າຄອງຊີບສູງຂຶ້ນ ແລະ ໄພທໍາມະຊາດຕ່າງໆ ແຕ່ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດຂອງສູງກາງພັກ ການພັດທະນາເສດຖະກິດ-ສັງຄົມຍັງສືບຕໍ່ດໍາເນີນໄປຢ່າງຕໍ່ເນື່ອງ, ສາມາດບັນລຸຄາດໝາຍທີ່ວາງອອກໄດ້ຫລາຍດ້ານ; ກອງປະຊຸມໄດ້ເຫັນດີເປັນເອກະພາບວາງທິດທາງວຽກງານຈູດສຸມ ໃນການນຳພາ-ຊີ້ນຳຂອງກົມການເມືອງ ແລະ ຄະນະເລຂາທິ ການສູນກາງພັກ ໃນໄລຍະ 6 ເດືອນທ້າຍປີ 2026. ສຳລັບ ທິດທາງແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານ ແລະ ແຜນເງິນຕາ 6 ເດືອນ ທ້າຍປີ 2026 ແມ່ນສ້າງຄວາມເຂັ້ມແຂງ ໃຫ້ຄັງສຳຮອງເງິນຕາຕ່າງປະເທດ, ສ້າງຖານລາຍຮັບໃໝ່; ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຍູ້ແຮງຂະບວນການຜະລິດເປັນສິນຄ້າ; ຫັນການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ ເຂົ້າສູ່ລະບຽບການ ແລະ ເປັນທັນສະໄໝ; ສ້າງເສດຖະກິດປາຍແຫລມ, ເສີມຂະຫຍາຍທ່າແຮງຂອງບັນດາພາກສ່ວນເສດຖະກິດ; ສືບຕໍ່ປະຕິຮູບລັດວິສາຫະກິດ, ປັບປຸງພື້ນຖານໂຄງລ່າງ, ຖະໜົນຫົນທາງ, ແກ້ໄຂການປະລະການຮຽນ, ຂາດແຄນຄູສອນ, ບັນຫາແຮງງານ, ການບໍລິການດ້ານລະນະສຸກ, ປະກົດການຫຍໍ້ທໍ້ໃນສັງຄົມ ແລະ ການສ້າງແຜນຮັບມືໄພພິບັດ ທີ່ອາດຈະເກີດຂຶ້ນ. ນອກຈາກນີ້, ຍັງຍົກໃຫ້ເຫັນເຖິງວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກແລະ ວຽກງານ 3 ສ້າງ ຊຶ່ງຄະນະບໍລິຫານງານສູນກາງພັກ ໄດ້ຕີລາຄາວ່າ ມາຮອດປັດຈຸບັນນີ້, ຮາກຖານການເມືອງ ໄດ້ຮັບການປັບປຸງ ແລະ ມີຄວາມໜັກແໜ້ນ-ເຂັ້ມແຂງເທື່ອລະກ້າວ, ຊົນນະບົດໄດ້ຮັບການພັດທະນາດີຂຶ້ນ; ຄວາມທຸກຍາກໄດ້ຮັບການແກ້ໄຂ, ຄອບຄົວທຸກຍາກຫລຸດລົງ, ຄອບຄົວ ແລະ ບ້ານພັດທະນາເພີ່ມຂຶ້ນ; ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ມີຄວາມຈະ ແຈ້ງຂຶ້ນກວ່າເກົ່າ; ສືບຕໍ່ຊີ້ນຳບັນຫາຕ່າງໆ ໃຫ້ໄດ້ຮັບການແກ້ໄຂ ແລະ ຕົກໄປເປັນກ້າວໆ ເປັນຕົ້ນແມ່ນບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ຮັບປະກັນບໍ່ໃຫ້ຂາດແຄນນໍ້າມັນເຊື້ອໄຟ, ຄຸ້ມຄອງລາຄາສິນຄ້າ, ຄ່າຄອງຊີບ ແລະ ອັດຕາແລກປ່ຽນໃຫ້ສະຫງົບ ແລະ ບໍ່ສົ່ງຜົນກະທົບຫລາຍ ຕໍ່ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ຢາເສບຕິດ, ລັກລອບຂຸດຄົ້ນແຮ່ທາດ ແລະ ຊັບພະຍາກອນທຳມະຊາດ, ການຄ້າ-ຂາຍອາວຸດ, ກຸ່ມແກ້ງສະແກມເມີ, ຄໍເຊັນເຕີ, ປຸ້ນຈີ້ຊີງຊັບ, ອຸບັດເຫດຕາມທ້ອງຖະໜົນ.

ໃນໂອກາດນີ້, ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ; ທ່ານ ຄຳມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ເຜີຍແຜ່ມະຕິກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ທ່ານ ສາຄອນ ພົມມະລາດ ກຳມະການປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ເຜີຍແຜ່ແຜນພັດທະນາວຽກງານໂຄສະນາອົບຮົມ.
ພ້ອມກັນນີ້, ກໍໄດ້ມີການປະກາດກົງຈັກການຈັດຕັ້ງ ພະນັກງານບໍລິຫານ ຂັ້ນ 3 ແລະ ຂັ້ນ 4 ພາຍໃນຄະນະໂຄສະນາອົບຮົມສູນກາງພັກ. ໃນນີ້, ຕຳແໜ່ງບໍລິຫານປະເພດ 3 ມີ 5 ສະຫາຍ, ຍິງ 1 ສະຫາຍຄື: ສະຫາຍ ສົດ ວົງພະຈັນ ຫົວໜ້າພະແນກການເງິນ ເປັນຮອງຫົວໜ້າຫ້ອງການ, ສະຫາຍ ລິດສະໄໝ ເພັງສະຫວັນ ຫົວໜ້າພະແນກນະໂຍບາຍ ແລະ ຍ້ອງຍໍ ເປັນຮອງຫົວໜ້າກົມຈັດຕັ້ງ,ສະຫາຍ ບຸນຊູ ວື ຫົວໜ້າພະແນກກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ເປັນຮອງຫົວໜ້າກົມກວດກາ, ສະຫາຍ ນາງ ກີຄໍາ ແກ່ນມະນີ ຫົວໜ້າພະແນກຝຶກອົບຮົມ ເປັນຮອງຫົວໜ້າກົມອົບຮົມ, ສະຫາຍ ປັນຍາສິດ ທຳມະວົງສາ ຫົວໜ້າພະແນກຂ່າວພາຍໃນ ເປັນຮອງຫົວໜ້າບັນນາ ທິການໃຫຍ່ໜັງສືພິມພາສາຕ່າງປະເທດ ແລະ ຕຳແໜ່ງບໍລິຫານປະເພດ 4 ຂັ້ນຫົວໜ້າພະແນກ ມີ 10 ສະຫາຍ, ຍິງ 4 ສະຫາຍ.