ໃນຕອນບ່າຍຂອງວັນທີ 7 ກັນຍານີ້, ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີເປີດການນໍາໃຊ້ກາສັນຍາລັກ (Logo) ຢ່າງເປັນທາງການ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກໍາປູເຈຍ ຄົບຮອບ 70 ປີ (5 ກໍລະກົດ 1956 – 5 ກໍລະກົດ 2026) ຊຶ່ງຕາງໜ້າລັດຖະບານລາວ ເຂົ້າຮ່ວມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານ ກໍາປູເຈຍ ເຂົ້າຮ່ວມໂດຍ ທ່ານ ພາ ໜອງ, ເອກອັກຄະລາຊະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ກາສັນຍາລັກດັ່ງກ່າວ ແມ່ນມີຄວາມໝາຍສໍາຄັນທາງດ້ານສິນລະປະ ທັງຍັງເປັນຕົວແທນແຫ່ງຄວາມສາມັກຄີ, ຄວາມຜູກພັນອັນເລິກເຊິ່ງ ແລະ ໝາກຜົນແຫ່ງການຮ່ວມມື ລະຫວ່າງ ສອງຊາດ ລາວ-ກໍາປູເຈຍ ຕະຫຼອດໄລຍະ 70 ປີຜ່ານມາ. ກາສັນຍາລັກນີ້ ຈະຖືກນໍາໃຊ້ໃນທຸກກິດຈະກໍາທາງການ ແລະ ງານສະເຫຼີມສະຫຼອງຕະຫຼອດປີ 2026 ນີ້ ເພື່ອສະແດງໃຫ້ເຫັນເຖິງມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ໃນຖານະຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ທີ່ກໍາລັງໄດ້ຮັບການພັດທະນາ ແລະ ຮັດແໜ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ກໍາປູເຈຍ.
ສປປ ລາວ ແລະ ລາຊະອານາຈັກ ກໍາປູເຈຍ ເປັນສອງປະເທດທີ່ມີພູມລໍາເນົາຕິດຈອດກັນ, ມີສາຍນໍ້າຂອງໄຫຼຜ່ານ ແລະ ມີປະວັດສາດ, ວັດທະນະທໍາ, ວິຖີຊີວິດທີ່ເຊື່ອມໂຍງກັນມາແຕ່ດົນນານ, ທັງຍັງເປັນ “ບ້ານໃກ້ເຮືອນຄຽງ ຖານບ້ານພີ່ເມືອງນ້ອງ ແລະ ບ້ານແກ່ວເມືອງດອງ” ທີ່ເຄີຍຮ່ວມສຸກຮ່ວມທຸກ ແລະ ຊ່ວຍເຫຼືອເບິ່ງແຍງ ເຊິ່ງກັນ ແລະກັນ ມາແຕ່ບູຮານນະການ. ຕະຫຼອດໄລຍະ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1956, ເຫັນວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດໃນທຸກໆດ້ານ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ພິເສດ, ໃນປີ 2019, ສປປ ລາວ ແລະ ລາຊະອານາຈັກ ກໍາປູເຈຍ ໄດ້ຍົກລະດັບສາຍພົວພັນຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ” ຊຶ່ງໄດ້ກາຍເປັນຂີດໝາຍອັນສໍາຄັນທາງດ້ານປະຫວັດສາດແຫ່ງການພົວພັນຮ່ວມມືອັນໃກ້ຊິດ ແລະ ມີໝາກຜົນລະຫວ່າງສອງປະເທດ ທັງຍັງເປັນການຢືນຢັນເຖິງເຈດຈໍານົງຂອງຜູ້ນໍາ ແລະ ປະຊາຊົນສອງຊາດ ໃນການສືບຕໍ່ຖະນຸຖະໜອມສາຍພົວພັນທີ່ດີນີ້ໃຫ້ເຂັ້ມແຂງ ແລະ ເລິກເຊິ່ງຍິ່ງໆຂຶ້ນກວ່າເກົ່າ.
(ຂ່າວ: ກຕທ)

