Homeຂ່າວໜ້າໜຶ່ງແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສຳມະນາ ເພື່ອແລກປ່ຽນບົດຮຽນຮ່ວມກັບ ຄະນະຊ່ຽວຊານຈາກ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນຫົວຂໍ້: ແບບແຜນວິທີເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ແຂວງ, ເມືອງ ແລະ ນະຄອນ, ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຂອງຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ.

​ເປັນກຽດເຂົ້າຮ່ວມໃນກອງປະຊຸມ ໂດຍມີ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍບັນດາກຳມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ-ນະຄອນຫຼວງ, ປະທານສະພາປະຊາຊົນແຂວງ, ຮອງເລຂາຄະນະບໍລິຫານງານພັກ, ປະທານຄະນະກຳມະການປົກຄອງ ແລະ ຫົວໜ້າຄະນະຈັດຕັ້ງ ເມືອງ/ແຂວງ/ນະຄອນຫຼວງ. ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ບ໋າ ຈຽນ ຜູ້ອໍານວຍການ ສະຖາບັນການປົກຄອງ ແລະ ບໍລິຫານລັດ, ກຳມະການສະພາທິດສະດີ ສູນກາງພັກກອມມູນິດຫວຽດນາມ.

​ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດຮຽນຈາກ ສະຫາຍ ຫງວຽນ ບ໋າ ຈຽນ ໃນຫົວຂໍ້: “ບົດຮຽນຂອງ ພັກກອມມູນິດຫວຽດນາມ ກ່ຽວກັບ ເລຂາຄະນະບໍລິຫານງານພັກ ຄວບ ປະທານສະພາປະຊາຊົນ ແລະ ຮອງເລຂາຄະນະບໍລິຫານງານພັກ ຄວບ ປະທານຄະນະກຳມະການປົກຄອງແຂວງ”. ຫົວຂໍ້ນີ້ເປັນຫົວຂໍ້ທີ່ມີຄວາມສໍາຄັນຫຼາຍ ຊຶ່ງພວກເຮົາຈະໄດ້ຄົ້ນຄວ້າແລກປ່ຽນບົດຮຽນ ເພື່ອນຳໄປໝູນໃຊ້ໃຫ້ເໝາະສົມກັບສະພາບຄວາມເປັນຈິງຂອງ ປະເທດເຮົາ.

​ການຈັດກອງປະຊຸມສຳມະນາໃນຄັ້ງນີ້ ນອກຈາກຈະເປັນການແລກປ່ຽນບົດຮຽນດ້ານການບໍລິຫານ ແລະ ການຈັດຕັ້ງແລ້ວ, ຍັງເປັນການສະແດງເຖິງສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ຫວຽດນາມ. ທັງເປັນການຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ຄະນະຈັດຕັ້ງສູນກາງພັກ ລາວ-ຫວຽດນາມ ໄລຍະປີ 2026-2030 ໃຫ້ປະກົດຜົນເປັນຮູບປະທຳ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments