Homeຂ່າວໜ້າໜຶ່ງສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນໃນການປະຕິບັດພາລະບົດບາດປະທານກອງປະຊຸມ 3RC-CCM

ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນໃນການປະຕິບັດພາລະບົດບາດປະທານກອງປະຊຸມ 3RC-CCM

ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ໃຫ້ສຳພາດວ່າ: ຂ້າພະເຈົ້າຂໍຢືນຢັນຢ່າງໜັກແໜ້ນວ່າ ສປປ ລາວ ໄດ້ມີການກະກຽມຄວາມພ້ອມຢ່າງ ຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ. ນັບແຕ່ຕົ້ນປີເປັນຕົ້ນມາ, ພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໄດ້ຮ່ວມກັນເຮັດວຽກຢ່າງໃກ້ຊິດກັບກອງເລຂາສົນທິສັນຍາ (ISU-CCM) ແລະ ອົງການສະຫະປະຊາຊາດ ຢ່າງຕໍ່ເນື່ອງ ໃນທຸກຂັ້ນຕອນນັບແຕ່ດ້ານເນື້ອໃນວິຊາການ, ດ້ານພະລາທິການ, ຈົນຮອດດ້ານການຕ້ອນຮັບ ແລະ ການຮັກສາຄວາມປອດໄພ. ລັດຖະບານໄດ້ຕົກລົງເຫັນດີສ້າງຕັ້ງຄະນະຊີ້ນຳລະດັບຊາດ ທີ່ປະກອບດ້ວຍຄະນະຮັບຜິດຊອບວຽກງານສະເພາະດ້ານຂຶ້ນມາ ເພື່ອຮັບປະກັນໃຫ້ທຸກຂະແໜງການທີ່ກ່ຽວຂ້ອງ ມີການປະສານສົມທົບກັນຢ່າງລະອຽດ ໃນການກະກຽມວຽກງານທັງທາງດ້ານເນື້ຶອໃນ ແລະ ພາລາທິການ, ພ້ອມກັບໃຫ້ມີການຕິດຕາມກວດກາຄວາມຄືບໜ້າຢ່າງເປັນປົກກະຕິ ແລະ ເປັນລະບົບ.

ໃນດ້ານເນື້ອໃນ ແມ່ນມີຄວາມຄືບໜ້າຕາມກຳນົດ, ສັນຍາການເປັນເຈົ້າພາບ ລະຫວ່າງ ສປປ ລາວ ກັບ ອົງການສະຫະປະຊາຊາດ ໄດ້ສຳເລັດການເຊັນຮ່ວມກັນເປັນທີ່ຮຽບຮ້ອຍແລ້ວ. ພ້ອມກັນນັ້ນ, ບັນດາເອກະສານສຳຄັນ ເປັນຕົ້ນເເມ່ນ ແຜນປະຕິບັດງານນະຄອນຫລວງວຽງຈັນ ສະບັບໃໝ່ (VCAP 2027-2031) ແລະ ຖະແຫຼງການການເມືອງ ກໍກໍາລັງຢູ່ໃນຂັ້ນຕອນສຸດທ້າຍຂອງການເຈລະຈາ ເພື່ອກຽມນໍາສະເໜີໃຫ້ບັນດາປະເທດພາຄີພິຈາລະນາ ແລະ ຮັບຮອງເອົາຢ່າງເປັນທາງການ ໃນໄລຍະກອງປະຊຸມ 14-18 ກັນຍາ 2026 ນີ້.

ມາຮອດປັດຈຸບັນ ແມ່ນຄາດວ່າ ຈະມີຄະນະຜູ້ແທນລະດັບສູງ ຈາກທົ່ວທຸກມູມໂລກ ເດີນທາງເຂົ້າຮ່ວມກອງປະຊຸມເປັນຈຳນວນຫຼວງຫຼາຍ, ເຊິ່ງໜັງສືເຊື້ອເຊີນ ພ້ອມທັງເອກະສານທີ່ຈຳເປັນ ໄດ້ຖືກສົ່ງໄປໃຫ້ບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ຢ່າງທົ່ວເຖິງແລ້ວ. ດ້ານສະຖານທີ່ຈັດກອງປະຊຸມ ແລະ ການອຳນວຍຄວາມສະດວກຕ່າງໆ ກໍ່ແມ່ນຢູ່ໃນຂັ້ນຕອນສຸດທ້າຍຂອງການກະກຽມເຊັ່ນກັນ ໂດຍໄດ້ຮັບການຮ່ວມມືຈາກທຸກພາກສ່ວນ ທັງພາກລັດ ແລະ ພາກເອກະຊົນ ຢ່າງພ້ອມພຽງ.

ຂ້າພະເຈົ້າມີຄວາມໝັ້ນໃຈຢ່າງສູງ ດ້ວຍພື້ນຖານປະສົບການທີ່ ສປປ ລາວ ເຄີຍໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສາກົນໃນລັກສະນະດຽວກັນນີ້ມາກ່ອນ, ປະກອບກັບຄວາມຮ່ວມມືອັນແໜ້ນແຟ້ນ ຈາກທຸກພາກສ່ວນທັງພາຍໃນປະເທດ ແລະ ບັນດາປະເທດຄູ່ຮ່ວມພັດທະນາສາກົນ, ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ສປປ ລາວ ຈະສາມາດປະຕິບັດພາລະບົດບາດເປັນປະທານ ແລະ ເຈົ້າພາບກອງປະຊຸມທົບທວນສົນທິສັນຍາ CCM ຮອບວຽນທີ 3 ນີ້ໄດ້ຢ່າງມີປະສິດທິຜົນ ແລະ ເປັນທີ່ຍອມຮັບຂອງວົງຄະນະຍາດສາກົນ.

(ຂ່າວ: ກຕທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments