Homeຂ່າວດ່ວນການນຳເມືອງຫມື່ນ ຕິດຕາມ-ເຝົ້າລະວັງສະພາບໄພນ້ຳຖ້ວມ

ການນຳເມືອງຫມື່ນ ຕິດຕາມ-ເຝົ້າລະວັງສະພາບໄພນ້ຳຖ້ວມ

ການນຳເມືອງໝື່ນ ແຂວງວຽງຈັນ ນຳໂດຍ ທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໝື່ນ ພ້ອມດ້ວຍຄະນະກຳມະການປ້ອງກັນໄພພິບັດຂັ້ນເມືອງ, ໄດ້ລົງຕິດຕາມກວດກາສະພາບນໍ້າຖ້ວມເຂດຢູ່ພາຍໃນເມືອງໝື່ນ ເມື່ອວັນທີ 7 ກັນຍາຜ່ານມາ.

ທ່ານ ວໍຣະສອນ ສີອັກຄະສອນ ໃຫ້ຮູ້ວ່າ: ເນື່ອງຈາກມີຝົນຕົນໜັກໃນຕອນເຊົ້າມືດຂອງວັນທີ 7 ກັນຍາ 2026 ນີ້ ເປັນຫຼາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ລະດັບນໍ້າຫ້ວຍ, ໜອງ, ຄອງບຶງ ເພີ່ມຂຶ້ນຢ່າງໄວວາ ໄຫຼເຂົ້າຖ້ວມເຮືອນປະຊາຊົນ, ເນື້ອທີ່ນາ, ສວນປູກໄມ້ອຸດສາຫະກໍາບາງແຫ່ງ, ເຮັດໃຫ້ການສັນຈອນ ລະຫວ່າງ ບ້ານຕໍ່ບ້ານໄດ້ຮັບຜົນກະທົບ ເພາະເຂດດັ່ງກ່າວເປັນເຂດພື້ນທີ່ຕໍ່າ, ຢູ່ລຽບຕາມແຄມນ້ຳ, ຕໍ່ກັບສະພາບການດັ່ງກ່າວການນຳຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ລົງຕິດຕາມຢ່າງໃກ້ຊິດ, ພ້ອມທັງ ລະດົມກຳລັງຈາກກອງບັນຊາການທະຫານເມືອງ, ກອງບັນຊາການ ປກສ ເມືອງ, ພະນັກງານ ຮ່ວມກັບ ປະຊາຊົນເຂດດັ່ງກ່າວ ຍົກຍ້າຍເຄື່ອງຂອງ, ສັດລ້ຽງ ອອກຈາກຈຸດທີ່ມີຄວາມສ່ຽງເພື່ອຮັບປະກັນຄວາມປອດໄພ.

ພາບ-ຂ່າວ: ນ.ວັນນາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments