ໃນວັນທີ 8 ກັນຍາຜ່ານມາ, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ (ນວ) ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນຈຳນວນ 2 ເລື່ອງ, ຊຶ່ງມີຈຳເລີຍທັງໝົດ 10 ຄົນ ຍິງ 5 ຄົນ ທັງໝົດເປັນອະດີດພະນັກງານໃນຂົງເຂດທະນາຄານ.
ທ່ານ ນາງ ລິນດາມອນ ສີດາພອນ ຮັກສາການ ຫົວໜ້າຫ້ອງການສານປະຊາຊົນ ນວ ໄດ້ຖະແຫຼງສຳນວນຄະດີສໍ້ລາດບັງຫຼວງ ຄະດີທີ 1 ໃຫ້ຮູ້ວ່າ:
1. ທ້າວ ຄຳພຸດ ອະດີດຫົວໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ (ຈໍາເລີຍ 1) ອາຍຸ 59 ປີ ຢູ່ບ້ານດອນໜູນ ເມືອງໄຊທານີ ນວ;
2. ທ້າວ ອ໋ອດ ພົນຊຽງດີ ອະດີດຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ (ຈໍາເລີຍ 2) ຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນວ. ທັງສອງໄດ້ສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ ແລະ ໜ້າທີ່ເອົາເງິນຕາຕ່າງປະເທດໃນຄັງສຳຮອງຂອງທະນາຄານແຫ່ງ ສປປ ລາວ ອອກມາໃຫ້ບໍລິການແລກປ່ຽນໂດຍບໍ່ຈຳກັດວົງເງິນ, ສານລົງໂທດຕັດອິດສະຫຼະພາບທ້າວ ຄໍາພຸດ ສິດທິລາດ ແລະ ທ້າວ ອ໋ອດ ຕະຫຼອດຊີວິດ ແລະ ປັບ ໃໝຜູ້ລະ 1% ຂອງມູນຄ່າຄວາມເສຍຫາຍ 2,296,456,087,286 ກີບ, ຮິບຊັບສິນ, ເງິນໃນບັນຊີ, ທີ່ດິນ, ແລະ ພາຫະນະຂອງພວກຈຳເລີຍເຂົ້າເປັນຂອງລັດ.
ສຳລັບ ທ້າວ ອ໋ອດ ເນື່ອງຈາກເສຍຊີວິດໃນລະຫວ່າງດຳເນີນຄະດີ ການປະຕິບັດໂທດທາງອາຍາຈຶ່ງຕົກໄປ.

ຄະດີທີ 2:
1. ທ້າວ ຄຳແກ້ວ (ຈໍາເລີຍ 1) ອາຍຸ 49 ປີ, ອະດີດພະນັກງານທະນາຄານ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນວ ໄດ້ຊື້-ຂາຍເງິນຕາຕ່າງປະເທດກັບຜູ້ປະກອບການທຸລະກິດ ໂດຍບໍ່ສອດຄ່ອງກັບອັດຕາແລກປ່ຽນທີ່ໄດ້ກໍານົດໃນສັນຍາ ແລະ ເປັນຄະນະເກັບຊື້ເງິນຕາຕ່າງປະເທດໃນອັດຕາແລກປ່ຽນພິເສດ, ຊຶ່ງໄດ້ຜົນປະໂຫຍດຈາກບໍລິສັດເປັນເງິນຈໍານວນ 95,459.97 ໂດລາ ແລະ ຈໍານວນ 1,000,000 ບາດ; ພາຍຫຼັງທີ່ໄດ້ເງິນກໍໄດ້ນໍາໄປປ່ຽນຮູບດ້ວຍການຊື້ຊັບສິນຕ່າງໆ ແລະ ນໍາໄປຝາກທະນາຄານ, ຈໍາເລີຍ 1 ມີຄວາມຜິດທາງອາຍາ ຂໍ້ຫາການຟອກເງິນ ແລະ ການສໍ້ລາດບັງຫຼວງໃນສະຖານການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ, ສານຕັດສິນລົງໂທດຕັດອິດສະຫຼະພາບຕະຫຼອດຊີວິດ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.
2. ນາງ ຄໍາຫຼ້າ (ຈຳເລີຍ 2 ) ອາຍຸ 39 ປີ, ອະດີດພະນັກງານທະນາຄານ ຢູ່ບ້ານນາແຄ ເມືອງໄຊທານີ ນວ ໄດ້ຮັບເອົາເງິນສິນບົນຈາກບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟ ລວມເປັນເງິນທັງໝົດຈໍານວນ 180,000,000 ກີບ ຊຶ່ງມີຄວາມຜິດທາງອາຍາໃນຂໍ້ຫາການສໍ້ລາດບັງຫຼວງໃນສະຖານການຮັບສິນບົນ, ລົງໂທດຕັດອິດສະຫຼະພາບ 7 ປີແຕ່ຈໍາເລີຍ 2 ມີຄວາມຈິງໃຈໃຊ້ແທນຄວາມເສຍຫາຍ ຈຶ່ງຫຼຸດຜ່ອນໂທດ 4 ປີ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.
3. ທ້າວ ບຸນລ້ວນ (ຈຳເລີຍ 3) ອາຍຸ 59 ປີ, ອະດີດພະນັກງານທະນາຄານ ຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນວ ໄດ້ຫາຜົນປະໂຫຍດໂດຍການຕໍ່ລອງກັບຜູ້ທີ່ມາສະເໜີຂໍແລກປ່ຽນເງິນຕາ, ຊຶ່ງໄດ້ຮັບຜົນປະໂຫຍດ ຈໍານວນ 24,125,783,450 ກີບ (ຊາວສີ່ຕື້ໜຶ່ງຮ້ອຍຊາວຫ້າລ້ານເຈັດແສນແປດສິບສາມພັນສີ່ຮ້ອຍຫ້າສິບກີບ), ຈາກນັ້ນ ກໍໄດ້ນໍາເງິນໄປປ່ຽນຮູບດ້ວຍການຊື້ຊັບສິນຕ່າງໆ ແລະ ລົງທຶນຮ່ວມທຸລະກິດ. ຈໍາເລີຍ 3 ຈຶ່ງມີຄວາມຜິດທາງອາຍາໃນຂໍ້ຫາການຟອກເງິນ ແລະ ການສໍ້ລາດບັງຫຼວງ, ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່, ເອົາຊັບຂອງລັດ, ລວມໝູ່ ແລະ ບຸກຄົນ, ລົງໂທດຕັດອິດສະຫຼະພາບຕະຫຼອດຊີວິດ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.
4. ນາງ ສຸກທາດາ (ຈໍາເລີຍ 4) ອາຍຸ 41 ປີ, ອະດີດພະນັກງານທະນາຄານ ຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນວ ມີຄວາມຜິດທາງອາຍາໃນຂໍ້ຫາ ການສໍ້ລາດບັງຫຼວງ ໃນສະຖານການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ, ລົງໂທດຕັດອິດສະຫຼະພາບ 20 ປີ, ແຕ່ຈໍາເລີຍ 4 ມີຄວາມຈິງໃຈໃຊ້ແທນຄວາມເສຍຫາຍ, ຈຶ່ງຫຼຸດຜ່ອນໂທດ 4 ປີ ຍັງເຫຼືອໂທດຕັດອິດສະຫຼະພາບ 16 ປີ, ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.
5. ທ້າວ ຢ່າງຈຸ ຕົ່ງຊາ (ຈໍາເລີຍ 5) ອາຍຸ 35 ປີ ອະດີດພະນັກງານທະນາຄານ ຢູ່ບ້ານສະພັງເມິກ ເມືອງໄຊທານີ ນວ ແລະ 6. ນາງ ມະນີລັກ (ຈໍາເລີຍ 6) ອາຍຸ 35 ປີ ອະດີດພະນັກງານທະນາຄານ ຢູ່ບ້ານສີວິໄລ ເມືອງໄຊທານີ ນວ, ນາງ ວົງສາ (ຈໍາເລີຍ
ອາຍຸ 34 ປີ, ອະດີດພະນັກງານທະນາຄານ ຢູ່ບ້ານໜອງທາ ເໜືອ ເມືອງຈັນທະບູລີ ນວ. ພວກກ່ຽວມີຄວາມຜິດທາງອາຍາໃນຂໍ້ຫາ ການຟອກເງິນ ແລະ ການສໍ້ລາດບັງຫຼວງ ໃນສະຖານການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ແລະ ບຸກຄົນ; ລົງໂທດຕັດອິດສະຫຼະພາບ 20 ປີ, ແຕ່ຈໍາເລີຍ 5,6,8 ມີຄວາມຈິງໃຈໃຊ້ແທນຄວາມເສຍຫາຍ, ຈຶ່ງຫຼຸດຜ່ອນໂທດ 3 ປີ, ຍັງເຫຼືອໂທດຕັດອິດສະຫຼະພາບຜູ້ລະ 17 ປີ ແລະ ປັບໃໝຜູ່ລະ 1% ຂອງມູນຄ່າຄວາມເສຍຫາຍ.
7. ທ້າວ ບຸນຖົມ (ຈໍາເລີຍ 7) ອາຍຸ 36 ປີ ອະດີດພະນັກງານທະນາຄານ ຢູ່ບ້ານດ່ານຄໍາ ເມືອງສີໂຄດຕະບອງ ນວ, ມີຄວາມຜິດທາງອາຍາ ໃນຂໍ້ຫາການຟອກເງິນ ແລະ ການສໍ້ລາດບັງຫຼວງ ໃນສະຖານການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ແລະ ບຸກຄົນ; ລົງໂທດຕັດອິດສະຫຼະພາບ ຕະຫຼອດຊີວິດ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.
8. ນາງ ສຸທິດາ (ຈໍາເລີຍ 9) ອາຍຸ 30 ປີ ອະດີດພະນັກງານທະນາຄານ ຢູ່ບ້ານສະພັງເມິກ ເມືອງໄຊທານີ ນວ ມີຄວາມຜິດ ໃນຂໍ້ຫາ ການສໍ້ລາດບັງຫຼວງ ໃນສະຖານການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ, ລົງໂທດຕັດອິດສະຫຼະພາບ 20 ປີ, ແຕ່ຈໍາເລີຍ 9 ມີຄວາມຈິງໃຈໃຊ້ແທນຄວາມເສຍຫາຍ, ຈຶ່ງຫຼຸດຜ່ອນໂທດ 4 ປີ, ຍັງເຫຼືອໂທດຕັດອິດສະຫຼະພາບ 16 ປີ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ. ນອກຈາກນີ້, ຍັງໄດ້ລົງໂທດຮິບຊັບພວກຈໍາເລີຍເຊັ່ນ: ເງິນໃນບັນຊີ, ທີ່ດິນ ແລະ ພາຫະນະເຂົ້າເປັນຂອງລັດ.
ຂ່າວ: ບ່າວດອນຂຽວ

