ກອງປະຊຸມສຳມະນາວິທະຍາສາດ ການສ້າງສັງຄົມແຫ່ງການຮຽນຮູ້ໃນສະພາບການໃໝ່ ຈັດຂຶ້ນໃນວັນທີ 8 ກັນຍາຜ່ານມາ ທີ່ໂຮງແຮມອຳມະຣິ ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ດາລາວອນ ກິດຕິພັນ ຮອງລັດ ຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈໍາການ ອະດີດລັດຖະມົນຕີກະຊວງ ສສກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ດາລາວອນ ກິດຕິພັນ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເນື່ອງໃນໂອກາດວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ (2026) ຊຶ່ງຕະຫຼອດໄລຍະ 60 ປີຜ່ານມາ ນິຍາມຂອງການຮູ້ໜັງສືໄດ້ຂະຫຍາຍກວ້າງກວ່າການອ່ານອອກ-ຂຽນໄດ້ ໄປສູ່ການຮູ້ໜັງສືດີຈີຕອນ (Digital Literacy) ແລະ ທັກສະໃນສະຕະວັດທີ 21 ເພື່ອຮັບມືກັບການປ່ຽນແປງຂອງເຕັກໂນໂລຊີ AI ແລະ ໂຄງສ້າງເສດຖະກິດ ການສ້າງສັງຄົມແຫ່ງການຮຽນຮູ້ ຈຶ່ງບໍ່ແມ່ນເລື່ອງທາງເລືອກ ແຕ່ແມ່ນຍຸດທະສາດສຳຄັນເພື່ອຮັບປະກັນວ່າ ບໍ່ມີໃຜຖືກປະຖີ້ມໄວ້ຂ້າງຫຼັງ ແລະ ສົ່ງເສີມການຮຽນຮູ້ຕະຫຼອດຊີວິດໃນທຸກເພດ ທຸກໄວ ແລະ ທຸກຊຸມຊົນ.

ກອງປະຊຸມຄັ້ງນີ້, ເປັນເວທີວິທະຍາສາດທີ່ສຳຄັນໃນການແລກປ່ຽນບົດຮຽນ ໂດຍສະເພາະການບັນຍາຍພິເສດຈາກຜູ້ຊ່ຽວຊານ ແລະ ອົງການ UNESCO ປະຈຳ ສປປ ລາວ ພ້ອມທັງການສົນທະນາກຸ່ມຈາກຫຼາຍຂະແໜງການ ເຊື່ອໝັ້ນວ່າ ຜົນການຄົ້ນຄວ້າ ແລະ ຂໍ້ສະເໜີແນະໃນມື້ນີ້ ຈະເປັນຂໍ້ມູນຍຸດທະສາດສຳຄັນໃຫ້ກະຊວງ ສສກ ນຳໄປປັບປຸງນະໂຍບາຍ ແລະ ແຜນປະຕິບັດງານຕົວຈິງ.
ໃນພິທີ, ໄດ້ມີການບັນຍາຍພິເສດ ການສ້າງສັງຄົມແຫ່ງການຮຽນຮູ້ໃນສະພາບການໃໝ່-ບົດຮຽນ ທັດສະ ນະ ແລະ ທິດທາງໃນຕໍ່ໜ້າ. ການຮູ້ໜັງສື ການຮຽນຮູ້ຕະຫຼອດຊີວິດ ແລະ ການເປີດໂອກາດໃຫ້ທຸກຄົນໄດ້ເຂົ້າເຖິງທ່າອ່ຽງຂອງສາກົນ ແລະ ທັດສະນະຈາກ ສປປ ລາວ. ຈາກນັ້ນ, ຍັງໄດ້ມີການສົນທະນາໃນຫົວຂໍ້ ຈາກການຮູ້ໜັງສືສູ່ການຮຽນຮູ້ຕະຫຼອດຊີວິດ ແລະ ການສ້າງສັງຄົມແຫ່ງການຮຽນຮູ້ ໂດຍມີຜູ້ຮ່ວມສົນທະນາທັງໝົດ 5 ທ່ານ.