Homeຂ່າວໜ້າໜຶ່ງບໍ່ແກ້ວມອບເງິນຊ່ວຍເຫຼືອ ບັນເທົາຜົນກະທົບຈາກໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ບໍ່ແກ້ວມອບເງິນຊ່ວຍເຫຼືອ ບັນເທົາຜົນກະທົບຈາກໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ການນຳແຂວງບໍ່ແກ້ວ ມອບເງິນຊ່ວຍເຫຼືອໃຫ້ແຂວງອຸດົມໄຊ ຈຳນວນ 100 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫຼືອ ແລະ ບັນເທົາຜົນກະທົບຈາກໄພນ້ຳຖ້ວມໃນເດືອນສິງຫາຜ່ານມາ ທີ່ເຮັດໃຫ້ປະຊາຊົນ, ຊັບສິນ ແລະ ພື້ນຖານໂຄງລ່າງບາງສ່ວນໄດ້ຮັບຜົນກະທົບເສຍຫາຍເປັນຈຳນວນຫຼາຍ.

ພິທີມອບ-ຮັບມີຂຶ້ນ ໃນວັນທີ 8 ກັນຍາ 2026 ທີ່ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ ແລະ ກ່າວຮັບໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງອຸດົມໄຊ.

ການມອບເງິນຊ່ວຍເຫຼືອຄັ້ງນີ້ ເປັນການສະແດງເຖິງນ້ຳໃຈ, ຄວາມສາມັກຄີ ແລະ ການເອື້ອອາທອນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງແຂວງບໍ່ແກ້ວ-ອຸດົມໄຊ ໃນຍາມທີ່ປະຊາຊົນປະສົບຄວາມລຳບາກ ພ້ອມທັງເປັນການຮ່ວມແຮງຮ່ວມໃຈຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ພາຍຫຼັງ ປະສົບໄພພິບັດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ທ່ານ ບຸນຄົງ ຫຼ້າຈຽມພອນ ຕາງໜ້າໃຫ້ປະຊາຊົນບັນດາເຜົ່າແຂວງອຸດົມໄຊ ໄດ້ສະແດງຄວາມຂອບໃຈມາຍັງຄະນະນຳ ແລະ ປະຊາຊົນແຂວງບໍ່ແກ້ວ ທີ່ໄດ້ມີນ້ຳໃຈອັນດີງາມ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ຊຶ່ງຈະເປັນກຳລັງໃຈສຳຄັນໃຫ້ແກ່ປະຊາຊົນຜູ້ປະສົບໄພ ແລະ ຈະນຳເງິນຊ່ວຍເຫຼືອຄັ້ງນີ້ ໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

ຂ່າວ: ຈ.ຈັນທະລິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments