ງານພົບປະຈັບຄູ່ທາງທຸລະກິດ ຈັດຂຶ້ນໃນວັນທີ 4 ກັນຍາ 2026 ຜ່ານມາ ໂດຍການຮ່ວມເປັນປະທານ ລະຫວ່າງ ລັດຖະບານ ລາວ ແລະ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໂດຍໄດ້ນຳເອົາຜູ້ຜະລິດ, ຜູ້ປຸງແຕ່ງ ແລະ ຜູ້ສົ່ງອອກຂອງລາວ ມາພົບປະກັບຜູ້ຊື້ ແລະ ນັກລົງທຶນທີ່ໜ້າເຊື່ອຖື ຈາກ ສປ ຈີນ ແລະ ສ ເກົາຫລີ.
ງານພົບປະຈັບຄູ່ທາງທຸລະກິດໃນຄັ້ງນີ້, ເປັນຂັ້ນຕອນສຸດທ້າຍ ທາງດ້ານຄວາມຕ້ອງການຈາກພາຍນອກ ຂອງການລິເລີ່ມສອງຂັ້ນຕອນ ພາຍໃຕ້ໂຄງການລິເລີ່ມການຮ່ວມມືເຊິ່ງກັນ ແລະ ກັນ ຂອງອົງການ FAO ຈັດຂຶ້ນບົນພື້ນຖານຂອງກອງປະຊຸມປຶກສາຫາລື ເພື່ອທົບທວນສະພາບເງື່ອນໄຂໃນໄລ ຍະຜ່ານມາ ຊຶ່ງໄດ້ກຳນົດຖານການຜະລິດແຫ່ງຊາດ ແລະ ລະບຸຄວາມສາມາດໃນການສົ່ງອອກ ແລະ ຊ່ອງວ່າງໃນການປະຕິບັດຕາມມາດຕະຖານ, ທັງເປັນການເປີດໂອກາດໃຫ້ຜູ້ປະກອບການກະສິກຳລາວ ສາມາດເຈລະຈາໂດຍກົງກັບຄູ່ຮ່ວມງານທີ່ມີຄວາມຕ້ອງການຊື້ ຕື່ມອີກ.

ໂອກາດນີ້, ທ່ານ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ໄດ້ກ່າວວ່າ: ໝາກເຜັດ ແມ່ນສ່ວນໜຶ່ງຂອງຄວາມເປັນຄົນລາວ, ຜູກພັນເລິກເຊິ່ງກັບວັດທະນະ ທຳອາຫານ ແລະ ຊີວິດການເປັນຢູ່ຂອງກະສິກອນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈະເປັນຜູ້ນຳໃນການອອກແບບ ແລະ ທົດລອງລະບົບຕິດຕາມກວດສອບຄືນ ສຳລັບພື້ນທີ່ປູກ ແລະ ໂຮງງານບັນຈຸພັນທີ່ຂຶ້ນທະບຽນ ຊຶ່ງເປັນບາດກ້າວທີ່ສຳຄັນ ກ້າວໄປສູ່ການສົ່ງອອກຕົວຈິງ.
ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ພວກເຮົາຮັບຮູ້ວ່າ ຜູ້ສົ່ງອອກ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງລາວ ຈຳເປັນຕ້ອງໄດ້ຮັບການສະໜັບສະໜູນທີ່ເປັນຮູບປະທຳ ເພື່ອປ່ຽນຄວາມສົນໃຈໃຫ້ກາຍເປັນການຄ້າ, ພວກເຮົາຈະເປັນຜູ້ນຳຮ່ວມໃນການເປີດຕົວກົນໄກສະເພາະດ້ານ SME ແລະ ການເງິນສີຂຽວ ສຳລັບຂະແໜງການກ່ຽວກັບໝາກເຜັດ ໂດຍມີຂະໜາດພຽງພໍທີ່ຈະຊ່ວຍກຸ່ມຜູ້ຜະລິດ ໃນການຮັບຜິດຊອບຄ່າໃຊ້ຈ່າຍໃນການຮັບຮອງມາດຕະຖານ GAP, ພື້ນຖານໂຄງລ່າງຫລັງການເກັບກ່ຽວ ແລະ ສາງເຢັນ.

ພ້ອມນີ້, ທ່ານ ນາງ ຄະຢອງ ມີ ຄິມ ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ກໍໄດ້ມີຄຳເຫັນວ່າ: ອົງການ FAO ມຸ່ງໝັ້ນທີ່ຈະໄປໃນເສັ້ນທາງນີ້ ຮ່ວມກັບລັດຖະບານລາວ ຈາກຫລັກຖານ, ໄປສູ່ໂອກາດ ແລະ ການເຂົ້າເຖິງຕະຫລາດ, ອົງການ FAO ໄດ້ໃຫ້ການຊ່ວຍເຫລືອດ້ານເຕັກນິກ ໃນທຸກຂັ້ນຕອນ, ລວມທັງການສະໜັບສະໜູນການວິເຄາະຕ່ອງໂສ້ມູນຄ່າຢ່າງໄວວາ, ການໃຫ້ການສົ່ງ ເສີມຂັ້ນແຂວງກ່ຽວກັບມາດຕະຖານ GAP ແລະ ຂີດຈຳກັດສານພິດຕົກຄ້າງ ແລະ ການຊ່ວຍຈັດໂຄງສ້າງກົນໄກການເງິນສຳລັບກະສິກອນຂະໜາດນ້ອຍ.

