Homeຂ່າວໜ້າໜຶ່ງຄະນະຊ່ຽວຊານການແພດເສນາຮັກ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງມາເຖິງ ນວ

ຄະນະຊ່ຽວຊານການແພດເສນາຮັກ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງມາເຖິງ ນວ

ວັນທີ 6 ກັນຍາ 2026 ນີ້, ຄະນະຊ່ຽວຊານການແພດເສນາຮັກ ກອງທັບປົດປ່ອຍປະຊາຊົນຈີນ ຂະບວນລົດໄຟສັນຕິພາບ 2026 ໄດ້ເດີນທາງຮອດສະຖານີລົດໄຟນະຄອນຫລວງວຽງຈັນ (ນວ) ເພື່ອເຂົ້າຮ່ວມການຝຶກຊ້ອມຮ່ວມກອງທັບ ລາວ-ຈີນ ພາຍໃຕ້ລະຫັດ: ຂະບວນລົດໄຟສັນຕິ ພາບ 2026 ເພື່ອຊ່ວຍເຫລືອມະນຸດສະທໍາ ແລະ ການບໍລິການດ້ານການແພດຂອງສອງກອງທັບ ລາວ-ຈີນ ໂດຍໄດ້ຕ້ອນຮັບຢ່າງສົມກຽດຈາກ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຜູ້ຊີ້ນໍາວຽກງານເສນາຮັກກອງທັບປະຊາຊົນລາວ, ມີ ສະຫາຍ ພັນເອກ ພິເສດ ອຸຕານ ຫົວໜ້າຄະນະຊີ້ນໍາປະສານງານຝ່າຍຈີນ ກົມເສນາຮັກ, ກົມຮັບປະກັນພະລາທິການ, ຄະນະກຳມະການທະຫານສູນກາງກອງທັບປົດປ່ອຍປະຊາຊົນຈີນ, ສະຫາຍ ພັນເອກ ພິເສດ ຊົ່ງ ໄສຜິງ ຫົວໜ້າກອງແພດລົດໄຟເສນາຮັກ ຮອງອໍານວຍການໂຮງໝໍເລກ 2 ມະຫາວິທະຍາໄລການແພດກອງທັບບົກ ສປ ຈີນ, ທີ່ປຶກສາທູດປ້ອງກັນ ຊາດ ສປ ຈີນ ປະຈໍາ ສປປ ລາວເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ກ່າວຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງເຖິງມູນເຊື້ອຄວາມສາມັກຄີຮັກແພງ ລະຫວ່າງ ສອງຊາດ, ສອງພັກ, ສອງກອງທັບ ກໍຄື ສອງເຫລົ່າຮົບເສນາຮັກກອງທັບປະຊາຊົນລາວກັບ ກອງທັບປົດປ່ອຍປະຊາຊົນຈີນ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ຈຸດປະສົງການມາເຄື່ອນໄຫວວຽກງານໃນຄັ້ງນີ້, ເພື່ອຈັດຕັ້ງປະຕິບັດແຜນການລວມໃນການຮ່ວມມື ດ້ານການທະຫານ ລະຫວ່າງ ສອງ ກອງທັບລາວ-ຈີນ ໃຫ້ເປັນຮູບປະທຳ, ລົງເລິກຂະຫຍາຍການຮ່ວມມື ທາງດ້ານສາທາລະນະສຸກ ລະ ຫວ່າງ ສອງກອງທັບລາວ-ຈີນ ໃຫ້ປະກົດຜົນເປັນຈິງ, ຍົກລະດັບຄວາມສາມາດ ໃນການຮ່ວມກັນບັນຊາວຽກງານເສນາຮັກ-ພະລາທິການ ແລະ ຮ່ວມກອບກູ້ຊ່ວຍເຫລືອ ລະຫວ່າງສອງກອງທັບໃຫ້ສູງຂຶ້ນ ແລະ ເພື່ອສ້າງເປັນແບບແຜນສະເພາະໃຫ້ແກ່ການແລກປ່ຽນຮ່ວມມື ດ້ານການແພດການທະຫານ ລະຫວ່າງສອງຝ່າຍ, ທັງເປັນການສືບຕໍ່ເສີມຂະຫຍາຍ ໄມຕິຈິດມິດຕະພາບອັນເປັນມູນເຊື້ອຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໄປ, ຊຸກຍູ້ການພົວພັນມິດຕະພາບຂອງສອງປະເທດ, ສອງກອງທັບ ໃຫ້ປະກົດຜົນເປັນຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments