Homeຂ່າວພາຍໃນພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງຫຼວງພະບາງ

ພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງຫຼວງພະບາງ

ວັນທີ 5 ສິງຫາ ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບເງິນ 100 ລ້ານກີບ ເພື່ອຊຸກຍູ້ສະພາປະຊາຊົນແຂວງ ແລະ ອຳນາດການປົກຄອງແຂວງ ໃນການຊ່ວຍເຫຼືອ ແລະ ຟື້ນຟູສຳລັບຜູ້ປະສົບໄພນ້ຳຖ້ວມຢູ່ນະຄອນຫຼວງພະບາງ, ເມືອງຈອມເພັດ, ເມືອງປາກອູ, ເມືອງນານ, ເມືອງໂພນໄຊ ແລະ ເມືອງນ້ຳບາກ; ຕາງໜ້າມອບໂດຍທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ແລະ ຕາງໜ້າຮັບໂດຍທ່ານ ບຸນເລື່ອນ ມະນີວົງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພີຍານ.

(ຂ່າວ: ສພຊ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments