Homeຂ່າວຕ່າງປະເທດກະຊວງການຕ່າງປະເທດ ເປີດຊຸດຝຶກອົບຮົມວຽກງານກວດກາລະບົບເລັ່ງລັດ ຄັ້ງທີ I

ກະຊວງການຕ່າງປະເທດ ເປີດຊຸດຝຶກອົບຮົມວຽກງານກວດກາລະບົບເລັ່ງລັດ ຄັ້ງທີ I

ໃນຕອນເຊົ້າຂອງວັນທີ 07 ກັນຍາ 2026 ນີ້, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີເປີດຊຸດຝຶກອົບຮົມວຽກງານກວດກາ ລະບົບເລັ່ງລັດ ຄັ້ງທີ I ຂຶ້ນ ໂດຍໃຫ້ກຽດເປັນປະທານ ແລະ ໂອ້ລົມຂອງ ສະຫາຍ ອານຸພາບ ວົງໜໍ່ແກ້ວ, ກຳມະການຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ (ຜູ້ຊີ້ນໍາວຽກງານກວດກາ) ໂດຍມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ພ້ອມດ້ວຍ ບັນດາສະຫາຍ ເລຂາ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ຜູ້ຮັບຜິດຊອບວຽກງານກວດກາ ພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມໃນພິທີ ທັງໝົດ 37 ສະຫາຍ (ຍິງ 08 ສະຫາຍ).

ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອຜັນຂະຫຍາຍເນື້ອໃນຈິດໃຈ ຂອງຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແນ່ໃສ່ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ບັນດາສະຫາຍ ເລຂາ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ຜູ້ທີ່ຮັບຜິດຊອບວຽກງານກວດກາ ໂດຍກົງ ຂອງກະຊວງການຕ່າງປະເທດ ຕໍ່ກັບທັດສະນະ, ແນວທາງນະໂຍບາຍ ຂອງພັກ ກ່ຽວກັບວຽກງານກວດກາ. ທັງນີ້, ກໍເພື່ອໃຫ້ບັນດາສະຫາຍທີ່ເຂົ້າຮ່ວມ ໄດ້ນໍາເອົາບົດຮຽນໄປໝູນໃຊ້ເຂົ້າໃນການນໍາພາ-ຊີ້ນໍາຕົວຈິງ ໃຫ້ເກີດປະສິດທິພາບ ແລະ ປະສິດທິຜົນສູງສຸດໃນຕໍ່ໜ້າ.

ໃນພິທີ, ສະຫາຍ ອານຸພາບ ວົງໜໍ່ແກ້ວ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງວຽກງານກວດກາວ່າ: ພັກເຮົາໄດ້ຖືເອົາວຽກງານຕິດຕາມ-ກວດກາ ພາຍໃນພັກ ເປັນວຽກງານຍຸດທະສາດ ທີ່ຕິດພັນກັບບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຢ່າງສະເໝີຕົ້ນສະເໝີປາຍ ດັ່ງຄໍາເວົ້າທີ່ວ່າ: “ການນໍາພາຕ້ອງຕິດພັນກັບການກວດກາ, ບໍ່ມີການກວດກາ ກໍ່ໝາຍຄວາມວ່າບໍ່ມີການນໍາພາ”. ສະນັ້ນ, ວຽກງານຕິດຕາມ-ກວດກາ ຈຶ່ງແມ່ນວຽກທີ່ສອດຫ້ອຍເຂົ້າໃນທຸກຂົງເຂດ, ຕ້ອງໄດ້ຈັດຕັ້ງປະຕິບັດຢ່າງເປັນປົກກະຕິ ແລະ ຂາດບໍ່ໄດ້.

ຊຸດຝຶກອົບຮົມຄັ້ງນີ້ ຈະດໍາເນີນໄປເປັນເວລາ 2 ວັນ ແຕ່ວັນທີ 07-08 ກັນຍາ 2026 ເຊິ່ງຜູ້ເຂົ້າຮ່ວມ ຈະໄດ້ແລກປ່ຽນບົດຮຽນຢ່າງກົງໄປກົງມານໍາ ນັກວິທະຍາກອນຜູ້ມີປະສົບການ ຈາກຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ. ໂດຍເນັ້ນໃສ່ເນື້ອໃນສໍາຄັນ ເປັນຕົ້ນແມ່ນ: ວຽກງານຕິດຕາມ-ກວດກາພັກ ແລະ ກວດກາລັດ; ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ການຕິດຕາມຜົນການກວດກາ ແລະ ການແກ້ໄຂບັນຫາຕັ້ງແຕ່ຫົວທີ.

ພ້ອມດຽວກັນນີ້, ສະຫາຍ ປະທານພິທີ ຍັງໄດ້ຮຽກຮ້ອງໃຫ້ ນັກສໍາມະນາກອນທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ຕັ້ງອົກຕັ້ງໃຈຄົ້ນຄວ້າຮໍ່າຮຽນ ແລະ ແລກປ່ຽນປະສົບການຕົວຈິງຢ່າງຈິງໃຈ ທັງກັບວິທະຍາກອນ ແລະ ນັກສໍາມະນາກອນດ້ວຍກັນ ເພື່ອສ້າງຄວາມເຂັ້ມແຂງ ແລະ ເຮັດໃຫ້ຊຸດຝຶກອົບຮົມ ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ຢ່າງຈົບງາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments