Homeຂ່າວຕ່າງປະເທດEU ກໍານົດ ChatGPT, Reddit ແລະ Roblox ຢູ່ພາຍໃຕ້ກົດລະບຽບເພີ່ມເຕີມ

EU ກໍານົດ ChatGPT, Reddit ແລະ Roblox ຢູ່ພາຍໃຕ້ກົດລະບຽບເພີ່ມເຕີມ

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ຄະນະກຳມະການເອີຣົບໄດ້ກຳນົດໃຫ້ ChatGPT, Reddit, ແລະ Roblox ເປັນການບໍລິການອອນລາຍຂະໜາດໃຫຍ່ທີ່ຢູ່ພາຍໃຕ້ກົດໝາຍວ່າດ້ວຍການບໍລິການດີຈີຕອນ (DSA) ຂອງສະຫະພາບເອີຣົບ (EU) ຊຶ່ງໝາຍຄວາມວ່າຕ້ອງຢູ່ພາຍໃຕ້ຂໍ້ກຳນົດດ້ານກົດລະບຽບເພີ່ມເຕີມ.

ບົດລາຍງານລະບຸວ່າ: ChatGPT ເປັນລະບົບຄົ້ນຫາທາງອອນລາຍຂະໜາດໃຫຍ່ (VLOSE) ເພາະວ່າສາມາດຕອບສະໜອງຕໍ່ຄຳສັ່ງ ແລະ ຄຳຖາມຂອງຜູ້ໃຊ້, ໃນຂະນະທີ່ Reddit ແລະ Roblox ຖືກຈັດປະເພດເປັນ ແພລັດຟອມອອນລາຍຂະໜາດໃຫຍ່ (VLOPs) ເພາະຊ່ວຍໃຫ້ຜູ້ໃຊ້ເຜີຍແຜ່ເນື້ອໃນຂອງບຸກຄົນທີສາມຕໍ່ສາທາລະນະ. ໂດຍແຕ່ລະອັນມີຜູ້ໃຊ້ງານປະຈຳເດືອນສະເລ່ຍຢ່າງໜ້ອຍ 45 ລ້ານຄົນໃນ EU ຊຶ່ງຕອບສະໜອງເງື່ອນໄຂການຈັດປະເພດຂ້າງເທິງ.

ChatGPT, Reddit, ແລະ Roblox ຈະມີເວລາ 4 ເດືອນ ຈົນຮອດທ້າຍເດືອນພະຈິກ, ເພື່ອປະຕິບັດຕາມພັນທະເພີ່ມເຕີມພາຍໃຕ້ກົດໝາຍວ່າດ້ວຍການບໍລິການດີຈີຕອນ ເຊັ່ນ: ການປະເມີນ ແລະ ຫຼຸດຜ່ອນຄວາມສ່ຽງດ້ານລະບົບທີ່ກ່ຽວຂ້ອງກັບເນື້ອໃນທີ່ຜິດກົດໝາຍ, ຜົນກະທົບທາງລົບຕໍ່ເດັກນ້ອຍ, ສຸຂະພາບທາງຮ່າງກາຍ ແລະ ຈິດໃຈຂອງຜູ້ໃຊ້, ສິດທິພື້ນຖານ, ຂະບວນການເລືອກຕັ້ງ ແລະ ຄວາມປອດໄພຂອງສາທາລະນະ. ໃນຂະນະດຽວກັນ, ຄະນະກຳມະການເອີຣົບຈະມີອຳນາດສືບສວນເພື່ອປະເມີນການດຳເນີນງານພື້ນຖານຂອງການບໍລິການເຫຼົ່ານີ້ ແລະ ລະບົບທີ່ກ່ຽວຂ້ອງ. ປັດຈຸບັນ, ຄະນະກຳມະການເອີຣົບໄດ້ກຳນົດແພລັດຟອມ ແລະ ລະບົບຄົ້ນຫາທາງອອນລາຍຂະໜາດໃຫຍ່ທັງໝົດ 28 ແຫ່ງຢູ່ພາຍໃຕ້ກົດໝາຍວ່າດ້ວຍການບໍລິການດີຈີຕອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments