ວິທະຍຸ ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້ຢູ່ນະຄອນຫລວງປາຣີ, ຂອງຝຣັ່ງ, ທຳນຽບປະທານາທິບໍດີ ຝຣັ່ງ (ວັງ Élysée) ໄດ້ຈັດການປະຊຸມຖະແຫລງຂ່າວສາກົນແຈ້ງຂໍ້ມູນກ່ຽວກັບການຢ້ຽມຢາມຝຣັ່ງ ຢ່າງເປັນທາງການຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ແຕ່ວັນທີ 9 – 12 ກັນຍາ. ທ່ານ ນາງ Julie Le Saos, ທີ່ປຶກສາຮັບຜິດຊອບພາກພື້ນ ອາຊີ – ທະວີບໂອເຊອານີ ຂອງປະທານາທິບໍດີ ຝຣັ່ງ ໃຫ້ຮູ້ວ່າ: “ເປົ້າໝາຍຂອງການຢ້ຽມຢາມ ແມ່ນຊຸກຍູ້ການຜັນຂະຫຍາຍການພົວພັນຄູ່ຮ່ວມມື ຍຸດທະສາດ ຮອບດ້ານເຊິ່ງທັງ 2 ປະເທດ ໄດ້ຍົກລະດັບໃນປີ 2024 ໃຫ້ແທດຈິງ. ການຮ່ວມມືນີ້ບໍ່ພຽງແຕ່ປະກອບສ່ວນ ປັບປຸງສິດເປັນເຈົ້າຂອງແຕ່ລະຝ່າຍເທົ່ານັ້ນ, ຫາກຍັງ ສະແດງໃຫ້ຫັນຄຳໝັ້ນສັນຍາຂອງຝຣັ່ງ ໃນການຮ່ວມເດີນທາງ ພ້ອມກັບ ສສ ຫວຽດນາມ ພັດທະນາ ກຳລັງບົ່ມຊ້ອນ ດ້ານອຸດສາຫະກຳ, ເຕັກໂນໂລຊີປ້ອງກັນຊາດ ພ້ອມກັບ ບັນດາຂະແໜງເສດຖະກິດໃນອະນາຄົດ”./.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

