Homeຂ່າວພາຍໃນງານສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ ພາຍໃຕ້ຫົວຂໍ້ “People – Partnership – Progress”

ງານສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ ພາຍໃຕ້ຫົວຂໍ້ “People – Partnership – Progress”

ວັນທີ 31 ສິງຫາ 2026, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນ້ຳຂອງ, ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງ ທີ່ ຂອນແກ່ນ, ປະເທດໄທ, ໂດຍມີສະມາຊິກສະພາບໍລິຫານງານສະຖາບັນແມ່ນ້ຳຂອງ, ສະມາຊິກຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ຂອງບັນດາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ (GMS) ທີ່ ຂອນແກ່ນ, ຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ພະນັກງານຂອງສະຖາບັນດັ່ງກ່າວ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ການສະເຫຼີມສະຫຼອງຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “People – Partnership – Progress”, ເຊິ່ງສະທ້ອນໃຫ້ເຫັນເຖິງການປະຕິບັດງານຂອງສະຖາບັນແມ່ນໍ້າຂອງ ໃນການພັດທະນາຊັບພະຍາກອນມະນຸດ, ສົ່ງເສີມການຮ່ວມມື ແລະ ເສີມຂະຫຍາຍຄວາມກ້າວໜ້າຢູ່ອະນຸພາກພື້ນແມ່ນ້ຳຂອງ.

ໃນໂອກາດດັ່ງກ່າວ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໃນນາມປະທານສະພາບໍລິຫານງານສະຖາບັນແມ່ນ້ຳຂອງ, ໄດ້ຂຶ້ນກ່າວຄໍາເຫັນ ເພື່ອສະແດງຄວາມຊົມເຊີຍ ຕໍ່ ສະຖາບັນແມ່ນ້ຳຂອງ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ແລະ ການຮ່ວມມືໃນອະນຸພາກພື້ນແມ່ນໍ້າຂອງ ຕະຫຼອດໄລຍະ 30 ປີ ຜ່ານມາ ແລະ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ ບັນດາຜູ້ກໍ່ຕັ້ງ, ຜູ້ອໍານວຍການສະຖາບັນແມ່ນໍ້າຂອງ ໃນແຕ່ລະໄລຍະ, ຕະຫຼອດຮອດບັນດາພະນັກງານຂອງສະຖາບັນແມ່ນໍ້າຂອງ ທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມເສຍສະຫຼະ, ມີຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງ, ພ້ອມທັງໄດ້ສະແດງຄວາມຂອບໃຈ ຕໍ່ບັນດາຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງອື່ນໆ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືທີ່ດີຕະຫຼອດມາ. ນອກນັ້ນ, ຍັງໄດ້ຢືນຢັນຄືນຄວາມໝາຍໝັ້ນ ທີ່ ສປປ ລາວ ຈະສືບຕໍ່ຊຸກຍູ້ ແລະ ໃຫ້ການຮ່ວມມືແກ່ ສະຖາບັນແມ່ນໍ້າຂອງ ໃນປະຈຸບັນ ກໍຄື ໃນຕໍ່ໜ້າ, ໂດຍສະເພາະ ໃນໄລຍະ ທີ່ ສປປ ລາວ ປະຕິບັດໜ້າທີ່ປະທານສະພາບໍລິຫານງານສະຖາບັນແມ່ນໍ້າຂອງ.

ພ້ອມນີ້, ຍັງມີຜູ້ຕາງໜ້າຈາກ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ, ສປ. ຈີນ ແລະ ສສ ຫວຽດນາມ ທີ່ ຂອນແກ່ນ ໄດ້ຂຶ້ນກ່າວຄໍາເຫັນຊົມເຊີຍ ໃນງານສະເຫຼີມສະຫຼອງດັ່ງກ່າວ. ຄຽງຄູ່ກັນນີ້, ດຣ. Narongchai Akrasanee, ປະທານຄະນະປະຈຳສະຖາບັນແມ່ນ້ຳຂອງ ກໍໄດ້ຂຶ້ນກ່າວຄໍາເຫັນ ເພື່ອຫວນຄືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນແມ່ນໍ້າຂອງ ຕະຫຼອດ 3 ທົດສະວັດຜ່ານມາ.

ນອກຈາກນີ້, ທ່ານ Suriyan Vichitlekarn ໄດ້ຂຶ້ນກ່າວຄໍາເຫັນອໍາລາ ໃນໂອກາດສິ້້ນສຸດວາລະການດໍາລົງ ຕໍາແໜ່ງເປັນຜູ້ອໍານວຍການສະຖາບັນແມ່ນໍ້າຂອງ ແລະ ທ່ານ ປອ. ອານູລັກ ກິດຕິຄຸນ ກໍໄດ້ຂຶ້ນກ່າວຄໍາເຫັນແນະນໍາຕົນເອງ ໃນໂອກາດເຂົ້າຮັບຕໍາແໜ່ງເປັນຜູ້ອຳນວຍການຄົນໃໝ່ຂອງສະຖາບັນແມ່ນ້ຳຂອງ ໃນໂອກາດນີ້ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments