ໃນວັນທີ 1 ກັນຍາ 2026 ທີ່ ນະຄອນຫລວງບິສະເກັກ, ສ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງ ການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ພົບປະກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ ອີກເທື່ອໜຶ່ງ ພາຍຫລັງການພົບປະກັນ ທີ່ເມືອງກາຊານ, ສ ຣັດເຊຍ ໃນເດືອນຕຸລາ 2024 ຜ່ານມາ. ການພົບປະຄັ້ງນີ້, ຖືເປັນຂີດໝາຍສໍາຄັນເພື່ອປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບມີໝາກຜົນເປັນຮູບປະທຳຍິ່ງໆຂື້ນ. ພ້ອມກັນນີ້, ທ່ານປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານປະທານາທິບໍດີ ແລະ ລັດ ຖະບານເບລາຣຸດຊີ ທີ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການເຂົ້າເປັນຄູ່ຮ່ວມເຈລະຈາຂອງອົງການ SCO ພ້ອມທັງຢືນຢັນວ່າ ສປປ ລາວ ຈະສືບຕໍ່ປະກອບສ່ວນຢ່າງຫ້າວຫັນໃນເວທີດັ່ງກ່າວ ຕາມຄວາມສາມາດ ແລະ ເງື່ອນໄຂຕົວຈິງ.

ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ລາວ-ເບລາຣຸດຊີ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫລອດໄລຍະຜ່ານມາ ໂດຍສະເພາະທາງດ້ານການເມືອງ ແລະ ຄວາມໝັ້ນຄົງ, ພ້ອມທັງເຫັນດີສືບຕໍ່ໃຫ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນຫລາຍລະດັບ; ສອງຝ່າຍ ຍັງໄດ້ທົບທວນຄືນເຖິງການການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະສືບຕໍ່ຊຸກຍູ້ການຈັດຕັ້ງປະ ຕິບັດບັນດາໂຄງການຮ່ວມມືໃນຂົງເຂດຕ່າງໆ ທີ່ໄດ້ມີການຕົກລົງ ແລະ ເຫັນດີເປັນເອກະພາບຮ່ວມກັນແລ້ວນັ້ນ ໃຫ້ເປັນຮູບປະທຳຍິ່ງຂຶ້ນ ເປັນຕົ້ນ ດ້ານເສດຖະກິດ, ການຄ້າ, ການລົງທຶນ, ທະນາຄານ ແລະ ການເງິນ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ສາທາລະນະສຸກ. ນອກຈາກນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ໃຫ້ມີການປຶກສາຫາລືກັນຜ່ານກົນໄກການຮ່ວມມືທີ່ມີຢູ່ແລ້ວ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໃຫ້ໄດ້ຮັບໝາກຜົນເປັນຮູບປະທຳຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ເບລາຣຸດຊີ ໃຫ້ຫລາຍກວ່າເກົ່າ.
ໃນໂອກາດນີ້, ທ່ານ ອາເລັກຊານເດີ ລູກາເຊັນໂກ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບການເລືອກຕັ້ງເປັນ ປະທານປະເທດລາວ ອີກໜຶ່ງສະໄໝ ແລະ ຖືໂອກາດດັ່ງກ່າວເຊື້ອເຊີນໄປຢ້ຽມຢາມ ເບລາຣຸດຊີ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ, ພ້ອມທັງສະແດງຄວາມມຸ່ງໝັ້ນ ທີ່ຈະສືບຕໍ່ຊຸກຍູ້ສາຍພົວພັນ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ລາວ ແລະ ເບລາຣຸດຊີ ໃຫ້ເຂັ້ມແຂງ, ເລິກເຊິ່ງ ແລະ ແຕກດອກອອກຜົນຍິ່ງຂຶ້ນ.

