Homeຂ່າວຕ່າງປະເທດຈີ 20 ເຫັນດີຫລຸດຜ່ອນ ຄວາມບໍ່ສົມດຸນ ການຄ້າໂລກ

ຈີ 20 ເຫັນດີຫລຸດຜ່ອນ ຄວາມບໍ່ສົມດຸນ ການຄ້າໂລກ

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງ ຈາກກຸ່ມປະເທດ ເສດຖະກິດຂະໜາດໃຫຍ່ ຈີ 20 (G20) ຍົກເວັ້ນຈີນເຖິງຄວາມສຳຄັນ ຂອງການຍົກເລີກນະໂຍບາຍທີ່ບໍ່ເປັນໄປຕາມນະໂຍບາຍກົນໄກຕະຫລາດ ເພື່ອສະກັດກັ້ນຄວາມບໍ່ສົມດຸນທາງການຄ້າໂລກ.

ຖະແຫລງການ ຂອງປະທານ G20 ພາຍຫລັງດຳເນີນກອງປະຊຸມ ເປັນເວລາ 2 ວັນ ຢູ່ເມືອງແອັດຊະວິນ (Asheville) ລັດນໍຣແຄໂຣໄລນາ ໄດ້ລະບຸວ່າປະເທດສະມາຊິກ ຄວນດຳເນີນມາດຕະການ ເພື່ອກຳຈັດນະໂຍບາຍ ແລະ ແນວທາງປະຕິບັດທີ່ບໍ່ເປັນໄປຕາມກົນໄກຕະຫລາດ ເຊິ່ງເປັນຕົວຊ່ວຍຊໍ້າເຕີມໃຫ້ຄວາມບໍ່ສົມດຸນນັ້ນຮຸນແຮງຂຶ້ນກວ່າເກົ່າ.

ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງ ຂອງປະເທດສະມາຊິກອື່ນໆ ຢືນຢັນວ່າປະເທດທີ່ມີການເກີນດຸນ ລະຫວ່າງ ປະເທດເພີ່ມຂຶ້ນສູງ ແລະ ຕໍ່ເນື່ອງເປັນເວລາດົນນານຄວນລົບລ້າງຄວາມບິດເບືອນທີ່ຈຳກັດ ການບໍລິໂພກພາຍໃນປະເທດ ແລະ ສົ່ງຜົນໃຫ້ຕ້ອງເພິ່ງພາການສົ່ງອອກເພື່ອການເຕີບໂຕຫລາຍຈົນເກີນໄປ. ຂະນະດຽວກັນ, ລັດຖະມົນຕີກະຊວງການຄັງ ແລະ ຜູ້ວ່າການທະນາຄານກາງ ຂອງທຸກປະເທດ ຍັງໄດ້ຢືນຢັນຄຳໝັ້ນ ສັນຍາ ຂອງ ກຸ່ມ ໃນການເຮັດ ໃຫ້ອັດຕາແລກປ່ຽນ ໂດຍສະທ້ອນເຖິງ ປັດໄຈພື້ນຖານ ທາງດ້ານເສດຖະກິດທີ່ແທ້ຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments